ຕຳຫຼວດໄທຕັດສິນໃຈຍຸບເລີກກາແຫ່ຂະບວນປະທ້ວງຢູ່ສະຖານທີ່5ແຫ່ງທີ່ບາງກອກຄືນໃໝ່

ຕຳຫຼວດໄທຕັດສິນໃຈຍຸບເລີກກາແຫ່ຂະບວນປະທ້ວງຢູ່ສະຖານທີ່5ແຫ່ງທີ່ບາງກອກຄືນໃໝ່ - ảnh 1
ຕຳຫຼວດໄທ
(ພາບ: AFP/TTXVN)


(vovworld) – ສູນ​ຮັກສາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ໄທ (ຫຼື CMPO) ​ໃຫ້​ຮູ້​ວ່າ: ອົງການ​ນີ້​ຈະ​ຍຸບ​ເລີກ​ການ​ປິດ​ລ້ອມ​ສະຖານ​ທີ່ 5 ​ແຫ່ງ​​ເຊິ່ງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່ສັງກັດ​ຄະນະ​ກຳມະການ​ປະຕິ​ຮູບ​ປະຊາທິປະ​ໄຕ ປະຊາຊົນ​ພວມຄວບ​ຄຸມ​ຢູ່​ນະຄອນຫຼວງ ບາງກອກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸ​ມຂ່າວ​ຢູ່ ບາງ​ກອກ, ຜູ້ອຳນວຍການ​ໃຫຍ່ CMPO ທ່ານ ຈະ​ເລີ​ນ ຢູ່​ບຳຣຸງ ​ໃຫ້​ຮູ້​ວ່າ: ບັນດາ​ກອງ​ບັນຊາ​ການ​ຕຳຫຼວດ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ວັນ​ທີ 17/2 ​ເພື່ອ​ຍຸບ​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ສະຖານ​ທີ່ 5​ແຫ່ງຢູ່​ຂົວ ອະຣາ​ໄທ, ຂົວ ຈະ​ໄມມະຣຸ​ເຈັດ​, ​ແຍກ​ທາງ ສວນ ມິ​ສະວະ​ວັນ, ຖະໜົນ ຮັກ​ຈະ​ດຳ​ເນີນ, ຖະໜົນ ​ແຈງ​ວັດຕະ​ນະ. ໃນ​ກໍລະນີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໂຕ້​ຕອບ​ດ້ວຍ​ອາວຸດ, ຕຳຫຼວດ​ຈະ​​ໃຊ້​ປືນ​ເພື່ອ​ປ້ອງ​ກັນ​ຕົວ. ​ແຫຼ່ງຂ່າວ​ກ່ຽວ​ກັບ​ເລື່ອງ​ຕຳຫຼວດ​ຈະ​ຍຸບ​ເລີກ​ການ​ແຫ່​ຂະ​ບວນຢູ່​ບັນດາ​ສະຖານ​ທີ່​ຖືກ​ຍົກ​ອອກ​ມາ​ໃນ​ສະພາບທີ່​ການ​ເຈລະຈາ​ລະຫວ່າງ ຕຳ​ຫລວດ​ກັບ​ຫົວໜ້າ​ຄະນະແຫ່​ຂະ​ບວນປະ​ທ້ວງ ທ່ານ ຫຼວງປູ ພຸດທະ​ອິດສະຣະ ສິ້ນ​ສຸດ​ລົງ​ແຕ່​ບໍ່​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ຍຸບ​ເລີກ​ການ​ປິດ​ລ້ອມ​ບັນດາ​ສຳນັກງານ​ລັດຖະບານ ​ແລະ ບັນດາ​ເສັ້ນທາງ​ຢູ່​ນະຄອນຫຼວງ ບາງກອກ ທີ່​ເຄີຍ​ຖືກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປິດ​ລ້ອມ​ແຕ່​ຊຸມ​ເດືອນ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ