ຖະ​ແຫຼງ​ການ​ຮ່ວມຢູ່ກອງ​ປະ​ຊຸມວົງ​ແຄບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ (AEM) ຄັ້ງ​ທີ 26

(VOVWORLD) -ໃນຂອບເຂດບັນດາກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 26 ຢູ່ນະຄອນດ່ານັ້ງໃນ ຕອນບ່າຍວັນທີ 11 ມີນາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ວາງອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງອາຊຽນເພື່ອຮັບມືກັບໂລກລະບາດ Covid – 19.
ຖະ​ແຫຼງ​ການ​ຮ່ວມຢູ່ກອງ​ປະ​ຊຸມວົງ​ແຄບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ (AEM) ຄັ້ງ​ທີ 26 - ảnh 1

ຫົວໜ້າຄະນະຜູ້ແທນບັນດາປະເທຖ່າຍຮູບລວມຢູ່ກອງປະຊຸມ (ພາບ: TTXVN)

ຕາມນັ້ນແລ້ວ, ບັນດາລັດຖະມົນຕີໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການລະບາດຂອງໂລກພະຍາດ Covid – 19 ເຊິ່ງພວມກໍ່ຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືບັນດາພື້ນຖານເສດຖະກິດໃນໂລກ. ຖະແຫຼງການຮ່ວມໄດ້ສົ່ງຄວາມເຫັນໃຈໄປຍັງບັນດາປະເທດຢູ່ໃນ ແລະ ນອກອາຊຽນເຊິ່ງພວມໄດ້ຮັບຜົນສະທ້ອນຈາກໂລກລະບາດນີ້, ຢ້ຳຄືນຖະແຫຼງການຂອງປະເທດທີ່ເປັນປະທານອາຊຽນ ກ່ຽວກັບອາຊຽນເປັນເຈົ້າການຮັບມືຕໍ່ການລະບາດຂອງ ໂລກພະຍາດ Covid – 19.

    ຖະແຫຼງການຮ່ວມດັ່ງກ່າວກໍ່ເປັນການສິ້ນສຸດບັນດາກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 26. ຕາມແຜນການຄາດຄະເນແລ້ວ, ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະຈັດຕັ້ງຢູ່ນະຄອນ ດ່ານັ້ງ ໃນລະຫວ່າງວັນທີ 6 – 9 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ