ຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າສສ.ຫວຽດນາມແລະສ.ຟີລິບປີນ

ຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າສສ.ຫວຽດນາມແລະສ.ຟີລິບປີນ - ảnh 1
(ຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມື
ຍຸດທະສາດລະຫວ່າສສ.ຫວຽດນາມແລະສ.ຟີລິບປີນ)


(vovworld) – ຢູ່​ນອກ​ການ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມສັບ​ປະດາ​ຂັ້ນ​ສູງ APEC 2015 ຢູ່​ຟີ​ລິບ​ປີນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະ​ທາ​ນາ​ທິບໍ​ດີ​ຟີ​ລິບ​ປີນ ​ໄດ້​​ເປັນ​ສັກຂີ​ພິຍານ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ລະຫວ່າງ​ສສ.ຫວຽດນາມ ​ແລະ ສ.ຟີ​ລິບ​ປີນ. ຖະ​ແຫ​ຼງການ​ຮ່ວມ​ລວມມີ 47 ຂໍ້, ​ໃນ​ນັ້ນ​ໄດ້​ຢືນຢັນ​ຄືນ​​ໃໝ່​ບົດບາດ​ໃຈກາງຂອງ​ອາ​ຊຽນ ​ໃນ​ການ​ປັບປຸງ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, 2 ຝ່າຍ​ເຫັນ​ດີ​ເພີ່ມທະວີ​​ການ​ຮ່ວມ​ມືໃຫ້​​ເໝາະສົມ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ອາ​ຊຽນ ກ່ຽວ​ກັບ​ການ​ຊຸກ​ຍູ້ກໍ່​ສ້າງປະຊາ​ຄົມ​ອາ​ຊຽນ. ​ເພື່ອ​ປະ​ຕິ​ບັດ​ວິ​ໄສ​ທັດ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ​ຟີລິບ​ປີນ ຈະ​ຮ່ວມ​ມື​ໃນ 7 ຂົງ​ເຂດ​ຫຼັກ​ແຫຼ່ງຄື: ກາ​ນ​ເມືອງ, ​ເສ​ດຖະກິດ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປະຕິ​ບັດ​ກົດໝາຍ, ທະ​ເລ ​ແລະ ມະຫາ​ສະ​ມຸດ, ວັດທະນະທຳ - ສັງຄົມ, ວິທະຍາສາດ - ​ເຕັກນິກ, ການ​ຮ່ວມ​ມືຫຼານ​ຝ່າຍ.

      ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ: ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ 2 ຝ່າຍ​​ໃນ​ທຸກ​ຂັ້ນ, ລວມທັງ​ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ… ພ້ອມ​ທັງ​ກ້າວ​ໄປ​​ເຖິງ​ການ​ສ້າງ​ໂທລະສັບ​ຊາຍ​ດ່ວນ​ລະຫວ່າງ​ການ​ນຳ​ຂຶ້ນ​ສູງ 2 ປະ​ເທດ.

      ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ: 2 ຝ່າຍ​ມານະ​ພະຍາຍາມ​ຍົກ​ວົງ​ເງິນ​ການ​ຄ້າ​ສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ​​ທຶນໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງໃໝ່ ​ກົງ​ກັບ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ປີ 2016.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຍຸຕິ​ທຳ ​​ແລະ ການ​ປະຕິບັດ​ກົດໝາຍ, ສອງ​ຝ່າຍ​ຮັກສາ​ບັນ​ດາ​ການ​ປະຊຸມ​ປະຈຳ​ປີ​ຂອງ​ໜ່ວຍ​ເຮັວຽກ​ລວມກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດຫວຽດນາມ - ຟິລິບ​ປີນ, ສອງ​ຝ່າຍ​ຈະ​ກ້າວ​ໄປ​ເຖິງ​ການ​ປະຕິບັດ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ລະຫວ່າງ​ກຳລັງ​ທະຫານ​ສອງ​ປະ​ເທດ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ເພີ່ມ​ຄວາມ​ສາມາດ​ຂອງ​ສອງ​ຝ່າຍ​ໃນ​ການ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ…

ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ທະ​ເລ, ມະຫາ​ສະໝຸດ, ສອງ​ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຕຳຫຼວດ​ທະ​ເລ​ຫວຽດນາມ ​ແລະ ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຟີ​ລິບ​ປີນ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ດ້ານທະ​ເລ​ ຢູ່​ທະ​ເລ​ຕາ​ເວັນ​ອອກ​ບົນ​ພື້ນຖານ​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ ​ແລະ ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ກົດ​ໝາຍ​ສາກົນ.

ກ່ຽວ​ກັບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ແລ​ກປ່ຽນ, ຮ່ວມ​ມື, ສົມທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ຢູ່​ບັນດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ​ແລະ ສາກົນ​ໃຫ້​ເໝາະ​ສົມ, ພ້ອມ​ກັນ​ມານະ​ພະຍາຍາມ​ຫັນ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ປັບປຸງ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ​ສຳລັບ​ຫຼັກການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຜືນ​ແຜ່ນດິນ ​ແລະ ສິດ​ຕັດສິນ ​ດ້ວຍ​ສັນຕິ​ວິທີ, ກໍ່​ຄື​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​​ໃຫ້ເໝາະ​ສົມ​ກັບ​ຫຼັກການ​ຕ່າງໆ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຢ່າງ​ກວ້າງຂວາງ​ຂອງ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ