ຖະແຫລງການຮ່ວມຫວຽດນາມ-ໄທ

ຖະແຫລງການຮ່ວມຫວຽດນາມ-ໄທ - ảnh 1
ທ່ານ​ເລ​ຂາ​ທິກ​ານ​ໃຫຍ່ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ

(vovworld)-​​ ວັນ​ທີ 26/6, ຫວຽດນາມ ​ແລະ ​ໄທ​ອອກ​ຖະ​ແຫລ​ງການ​ຮ່ວມກ່ຽວ​ກັບ​ການຢ້ຽມຢາມ ລາຊະ​ອານາຈັກ​ໄທ​ຢ່າງ​ເປ​ັນທາງ​ການ ຂອງ ທ່ານ​ເລ​ຂາ​ທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາ​ນພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ,​​ໃນ​ນັ້ນ​ຊີ້​ແຈງ​ວ່າ: ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ, ທ່ານ​ເລ​ຂາ​ທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາ​ນພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄປ​ຢ້ຽມຢາມ​ໄທ​ແຕ່​ວັນທີ 25-27/6/2013. ​ໄລຍະ​ຢູ່​ຢ້ຽມຢາມ​ໄທ, ທ່ານ​ເລ​ຂາ​ທິກ​ານ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​​​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ນາຍົກລັດຖະມົນຕີ​ໄທ, ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ປະທານ​ສະພາ​ຜູ້​ແທນ​ລາຊະ​ດອນ, ປະທານ​ວຸດ​ທິສະພາ ​ແລະ ການ​ນຳ​ບັນດາ​ພັກ​ການ​ເມືອງ​ໄທ, ວິ​ສາ​ຫະກິດ​ໄທ, ສະມາຄົມ​ມິດຕະພາບ​ໄທ ຫວຽດນາມ, ຢ້ຽມຢາມ​ຮາກ​ຖານ​ເສດຖະກິດ​ວັດທະນະທຳ​ຢູ່​ນະຄອນຫລວງ ບາງກອກ ​ແລະ ​ແຂວງ ນະຄອນ ພະນົມ, ຮັບສະ​ນີຍະ​ບັດ​ປະລິຍາ​ເອກ​ກິ​ຕິ​ມະສັກ ​ໂດຍ ມະຫາວິທະຍາ​ໄລ​ທຳ​ມະ​ຊາດ ມອບ​​ໃຫ້, ພົບ​ປະ​ກັບ​ຊາວ​ຫວຽດນາມ​ອ​າ​ໄສ​ຢູ່​ໄທ.ທີ່​ການ​ເຈລະຈາລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ລະຫວ່າງ​ບັນດາ​ພັກ​ການ​ເມືອງ​ຂອງ​ໄທ ​ແລະ ຫວຽດນາມ. ການ​ນຳ​ສອງ​ທ່ານ​ໄດ້​ຕົກລົງ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ບັນດາ​ຂົງ​ເຂດ: ການ​ເມືອງ, ການ​ຮ່ວມ​ມື​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ເສດຖະກິດ, ການ​ຮ່ວມ​ມື​ວັດທະນະທຳ​ສັງຄົມ, ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ບັນດາ​ຂົ​ງ​ເຂດ​ຊື່​ງສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 ເພື່ອ​ຜັນ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ, ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ ມ​ອບ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ ສ້າງ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ເມືອງ, ວັດທະນະທຳ​ສັງຄົມ, ການ​ຮ່ວມ​ມື…​ເພື່ອ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ລວມຂອງຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ໂດຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ​ເປັນ​ປະທານ​ຮ່ວມ.

  ການ​ນຳ​ສອງ​ທ່ານ​ໃຫ້​ຄຳໝັ້ນສັນຍາ​ຈະ​ເຮັດ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ເອກະ​ພາບ, ສະໜິດ​ຕິດ​ພັນ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ, ​ເພີ່ມ​ທະວີ​ບັນດາ​ຂອບ​ເຂດ​ຂອງ​ອາ​ຊຽນ.   ການ​ນຳ​ສອງ​ທ່ານເຫັນ​ດີ​ເປັນ​ເອກະສັນ ຈະ​ຊຸກຍູ້​ການ​ທາ​ບທາມ​ຄຳ​ເຫັນ ​ແລະ ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ.

  ການ​ນຳ​ສອງ​ທ່ານເຫັນ​ດີ​ເປັນ​ເອກະສັນກ່ຽວ​ກັບ​ຄວາມ​ຈຳ​ເປັນສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຊື່​ງກັນ ​ແລະ ກັນ​ຜ່ານ​ການ​ຮ່ວມ​ມື​ດ້ານ​ການ​ເດີນ​ທະ​ເລ, ຊຸກຍູ້​ຄວາມໝັ້ນຄົງການ​ເດີນ​ທະ​ເລ, ​ແກ້​ໄຂ​ການ​ພິພາດ​​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ.

  ການ​ນຳ​ສອງ​ທ່ານ​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຮັກສາ​ນຳ​ໃຊ້​ແຫ​ລ່ງນ້ຳລວມ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ດຳ​ເນີນ​ການຄົ້ນຄ້ວາ​ຮອບດ້ານ​ກ່ຽວ​ກັບ​ການ​ນຳ​ໃຊ້​ແຫ່​ລງນ້ຳຢູ່​ແມ່ນ້ຳຂອງ​ແບບ​ຍືນ​ຍົງ
ຂ່າວ/ບົດ​ອື່ນ