ຖ້ຳ ເຊີນດອງ ຢູ່ຫວຽດນາມສືບຕໍ່ດຶງດູດຄວາມສົນໃຈຈາກສື່ມວນຊົນສາກົນ

(VOVWORLD) -ວັນທີ 15 ກຸມພາ, ພະແນກທ່ອງທ່ຽວ ແຂວາງ ກວ໋າງບີງ ໃຫ້ຮູ້ວ່າ: ຖ້ຳ ເຊີນດອງ ແລະ ຮູບພາບກ່ຽວກັບຖ້ຳແຫ່ງນີ້ ຢູ່ ແຂວງ ກວ໋າງບີງ ຂອງຫວຽດນາມ ສືບຕໍ່ໄດ້ຮັບຄວາມສົນໃຈເປັນພິເສດຈາກສື່ມວນຊົນສາກົນ.

ຖ້ຳ ເຊີນດອງ ຢູ່ຫວຽດນາມສືບຕໍ່ດຶງດູດຄວາມສົນໃຈຈາກສື່ມວນຊົນສາກົນ - ảnh 1ຄວາມງາມຂອງຖ້ຳ ເຊີນດອງ

ພາບ:vietnam+ 

ວາລະສານກ່ຽວກັບການທອ່ງທ່ຽວແຖວຫນ້າຂອງໂລກ - Telegraph (ອັງກິດ) ຫາກໍ່ປະກາດໝາກຜົນການຄັດເລືອກ ສະຖານທີ່ທ່ອງທ່ຽວ 11 ແຫ່ງທີ່ຍອດຍິ່ງກວ່າໝູ່ໃນໂລກໄດ້ຮັບການຄົ້ນພົບໃນໄລຍະຜ່ານມາ, ໃນນັ້ນ ມີຖ້ຳ ເຊີນດອງ. ຕາມວາລະສານ Telegraph ແລ້ວ,  ຖ້ຳ ເຊີນດອງ ຂອງຫວຽດນາມ ໄດ້ຮັບຖືວ່າ ແມ່ນຖ້ຳໃຫຍ່ກວ່າໝູ່ ແລະ ກວ້າງກວ່າໝູ່ໃນໂລກ ແລະ ໄດ້ຄົ້ນພົບເມື່ອປີ 1990 ແລະ ສອງສາມປີມານີ້ ນັກທ່ອງທ່ຽວຈຶ່ງໄດ້ມາຄົ້ນຫາ ແລະ ຢ້ຽມຊົມໂດຍກົງເທົ່ານັ້ນ. ຢູ່ຈຸດສູງສຸດຂອງຖ້ຳແຫ່ງນີ້ ສາມາດບັນຈຸອາຄານ 40 ຊັ້ນ, ແລະ ຢູ່ ຈຸດກວ້າງສຸດສາມາດບັນຈຸເຮືອບິນ Boeing 747. ແຕ່ລະປີ ຈຳນວນນັກທ່ອງທ່ຽວໄດ້ຮັບອະນຸຍາດເຂົ້າຢ້ຽມຊົມ ແລະ ຄົ້ນຫາຖ້ຳເຊີນດອງ ພຽງກຳນົດຢູ່ໃນລະດັບ 1000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ