ທັງລະບົບການເມືອງຕ້ອງເຂົ້າຮ່ວມຂະບວນການເພື່ອຮັບປະກັນຄວາມປອດໄພສຸຂະອະນາໄມດ້ານອາຫານ
ທ່ານ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
(vovworld)- ທັງລະບົບການເມືອງຕ້ອງເຂົ້າຮ່ວມຂະບວນການເພື່ອຮັບປະກັນຄວາມປອດໄພສຸຂະອະນາໄມດ້ານອາຫານ ນັ້ນແມ່ນຄຳຢືນຢັນຂອງທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມຜ່ານເຄືອຄ່າຍອິນເຕີແນັດທົ່ວປະເທດ ກ່ຽວກັບການເພີ່ມທະວີວຽກງານຮັບປະກັນສຸຂະອະນາໄມດ້ານອາຫານ ເຊິ່ງດຳເນີນໃນຕອນເຊົ້າວັນທີ 27/4. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມພ້ອມກັບການເຂົ້າຮ່ວມຂອງ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ການນຳບັນດາກະຊວງ, ຂະແໜງການ ແລະ ການນຳ 63 ແຂວງ , ນະຄອນໃນທົ່ວປະເທດ.
ກ່າວຄຳເຫັນທີ່ພິທີສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຄວາມປອດໄພດ້ານອາຫານບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງເຊື້ອຊາດເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງອິດທິພົນຊື່ສຽງຂອງປະເທດຊາດທີ່ມີຕໍ່ສາກົນອີກດ້ວຍ. ສະນັ້ນ, ຄວນມີມາດຕະການຢ່າງແຮງ, ເດັດດ່ຽວທົ່ວປວງຊົນ ເພື່ອໃຫ້ວຽກງານນີ້ບັນລຸໄດ້ໝາກຜົນດີກວ່າ, ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ ບັນດາຂະແໜງການຂັ້ນຕ່າງໆປະຕິບັດບາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ກ່ອນອື່ນໝົດ, ທົ່ວທັງລະບົບການເມືອງ ຕ້ອງເຂົ້າຮ່ວມຂະບວນການ, ປະຕິບັດວຽກງານນີ້ເປັນຢ່າງດີ. ທີສອງແມ່ນກຳນົດໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ ເປັນຕົ້ນແມ່ນ ໜ້າທີ່ຄວາມຮັບຜິດຊອບສ່ວນບຸກຄົນສຳລັບບັນດາການລະເມີດ ຫຼັກອະນາໄມຄວາມປອດໄພ ດ້ານອາຫານ. ຜູ້ນຳອຳນາດການປົກຄອງທ້ອງຖິ່ນຕ້ອງຮັບຜິດຊອບ ຖ້າເກີດມີການລະເມີດໃນຂອບເຂດບໍລິເວນຂອງຕົນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳການປັບໃໝບໍລິຫານຢູ່ໃນລະດັບສູງສຸດ, ນັບທັງການປັບໃໝລົງໂທດທາງອາຍາກ່ຽວກັບບັນດາການລະເມີດຫຼັກອະນາໄມຄວາມປອດໄພດ້ານອາຫານ; ເພີ່ມທະວີການກວດກາ, ໂຄສະນາຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດຜະລິດປ່ຽນແປງຈິນຕະນາການ, ຄວາມຮັບຮູ້ຢ່າງຈະແຈ້ງ ກ່ຽວກັບບັນຫາຮັບປະກັນຄວາມປອດໄພສຸຂະອະນາໄມດ້ານອາຫານ. ບັນດາອົງສື່ມວນຊົນຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ, ໃຫ້ຂ່າວຄົບຖວ້ນ, ຮອບດ້ານກ່ຽວກັບວຽກງານນີ້.