ທູດການ​ຄ້າ​ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ​ຊ່ວຍ​ເຫຼືອ​ພົນ​ລະ​ເມືອງ ຫວຽດ​ນາມ ແລະ ແ​ພດ​ໝໍ ຢູ່ ສິງກະໂປ

(VOVWORLD) -ປັດຈູບັນມີພົນລະເມືອງ ຫວຽດນາມ ປະມານ 300ຄົນພວມຖືກຕິດຄ້າງຢູ່ ສິງກະໂປ ໃນເວລາເກີດໂລກລະບາດ Covid-19 ຢູ່ປະເທດນີ້. 
ທູດການ​ຄ້າ​ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ​ຊ່ວຍ​ເຫຼືອ​ພົນ​ລະ​ເມືອງ ຫວຽດ​ນາມ ແລະ ແ​ພດ​ໝໍ ຢູ່ ສິງກະໂປ - ảnh 1

ບັນດາວິສາຫະກິດໍຊ່ວຍເຫຼືອພົນລະເມືອງຫວຽດນາມ ແລະ ຖັນແຖວແພດໝໍ ສິງກະໂປ

(ພາບ: Baoquocte.vn)

ສ່ວນໃຫຍ່ໃນນັ້ນແມ່ນບັນດາຄົນເຈັບທີ່ໄປ ສິງກະໂປ ເພື່ອປິ່ນປົວ, ນັກທ່ອງທ່ຽວ ແລະ ນັກສຶກສາ, ຜູ້ອອກແຮງງານໄລຍະສັ້ນຢູ່ປະເທດໝູ່ເກາະນີ້. ທູດການຄ້າ ຫວຽດນາມ ປະຈຳ ສິງກະໂປ ໄດ້ຂົນຂວາຍຮຽກຮ້ອງບັນດາວິສາຫະກິດ ຫວຽດນາມ ແລະ ສິງກະໂປ ຮ່ວມແຮງຮ່ວມໃຈ, ແບ່ງເບົາຄວາມຫຍຸ້ງຍາກ, ລຳບາກສຳລັບຖັນແຖວແພດໝໍ ສິງກະໂປ ແລະ ຊ່ວຍເຫຼືອບັນດາພົນລະເມືອງ ຫວຽດນາມ ທີ່ປະສົບຄວາມຫຍຸ້ງຍາກ.

        ກ່ອນນັ້ນ, ທູດການຄ້າ ຫວຽດນາມ ປະຈຳ ສິງກະໂປ ກໍ່ໄດ້ສົມທົບກັບບັນດາອົງການ, ສະມາຄົມ, ວິສາຫະກິດ ປະຈຳ ສິງກະໂປ ເພື່ອນຳບັນດາວິສາຫະກິດນຳເຂົ້າ ສິງກະໂປ ມາຍັງ ຫວຽດນາມ ສົ່ງເສີມການຊື້ພັກພືດ ແລະ ໜູນຊ່ວຍການສົ່ງສິນຄ້າເປັນຈຳນວນຫຼາຍໂດຍຜ່ານໂປໂຣແກມ Whatsapp, Viber ເພື່ອແນໃສ່ຍູ້ແຮງຊຸກຍູ້ບັນດາຜະລິດຕະພັນກະເສດຂອງ ຫວຽດນາມໄປຢັງ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ