ທູດພິເສດອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ໄປເຖິງ ສ.ເກົາຫຼີ

(VOVWORLD) -ການຢ້ຽມຢາມຖືກດຳເນີນພາຍຫຼັງທີ່ ສປປ.ເກົາຫຼີ ໄດ້ສົ່ງສານສະບັບທຳອິດ ໄປຍັງອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ພຽງ 2-3 ວັນ ກ່ຽວກັບເລື່ອງ ພຽງຢາງ ກະກຽມໃຫ້ທັງແຜນການເຈລະຈາ ແລະ ປະເຊີນໜ້າກັບອາເມລິກາ

ວັນທີ 19 ມິຖຸນາ, ທ່ານ Sung Kim, ທູດພິເສດອາເມລິກາ ກ່ຽວກັບບັນດາ ສປປ.ເກົາຫຼີ ໄດ້ເດີທາງໄປເຖິງ ເຊີອຸນ ປະເທດ ສ.ເກົາຫຼີ ເພື່ອເຈລະຈາກັບຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ ແລະ ຍີ່ປຸ່ນ ເພື່ອແນໃສ່ສ້າງຍຸດທະສາດລວມລະຫວ່າງອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ເພື່ອເຊື່ອມຕໍ່ວິວັດທະນາການເຈລະຈານິວເຄຼຍກັບ ສປປ.ເກົາຫຼີ. ການຢ້ຽມຢາມຖືກດຳເນີນພາຍຫຼັງທີ່ ສປປ.ເກົາຫຼີ ໄດ້ສົ່ງສານສະບັບທຳອິດ ໄປຍັງອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ພຽງ 2-3 ວັນ ກ່ຽວກັບເລື່ອງ ພຽງຢາງ ກະກຽມໃຫ້ທັງແຜນການເຈລະຈາ ແລະ ປະເຊີນໜ້າກັບອາເມລິກາ, ພິເສດຕ້ອງ “ກະກຽມຢ່າງຄົບຖ້ວນ” ໃຫ້ແກ່ແຜນການປະເຊີນໜ້າ, ພ້ອມທັງນັ້ນໜັກເຖິງເລື່ອງ “ຄວບຄຸມຄວາມສະຖຽນລະພາບ” ສະພາບການໃນແຫຼມເກົາຫຼີ. ບັນດານັກຊ່ຽວຊານຖືວ່າ, ເລື່ອງທ່ານ Sung Kim ເດີນທາງໄປ ສ.ເກົາຫຼີ ແມ່ນການກະທຳໄດ້ຮັບຖືວ່າ ເປັນສັນຍານຊີ້ໃຫ້ເຫັນເລື່ອງ ວໍຊິງຕັນ ພ້ອມແລ້ວທີ່ຈະແຊກແຊງເຂົ້າ ພຽງຢາງ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ