ທິດສະດີ - ພຶດຕິກຳຕົວຈິງ ຂອງ 30 ປີ ແຫ່ງການ ປ່ຽນໃໝ່ປະກອບສ່ວນ ປົກປັກຮັກສາປະເທດຊາດ

ທິດສະດີ - ພຶດຕິກຳຕົວຈິງ ຂອງ 30 ປີ ແຫ່ງການ ປ່ຽນໃໝ່ປະກອບສ່ວນ ປົກປັກຮັກສາປະເທດຊາດ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ເຂົ້າຮ່ວມວາລະ​ປະຊຸມ​ທຳ​ອິດ​
ຂອງ​ຄະນະ​ຊີ້​ນຳ, ສະຫຼຸບ​ບາງບັນຫາ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ​ຂອງ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່
(ພາບ: vietnamplus.vn)


(vovworld) – ວຽກ​ງານ​ສະຫຼຸບບາງບັນຫາ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ​ຂອງ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່ ​ແມ່ນ​ວຽກ​ງານ​ໃຫຍ່, ມີ​ຄວາມ​ຈຳ​ເປັນ ​ແລະ ສຳຄັນ. ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຫງວຽນ​ຟູ໋ຈ້ອງ ໄດ້​ຢັ້ງຢືນສິ່ງ​ດັ່ງກ່າວທີ່​ວາລະ​ປະຊຸມ​ທຳ​ອິດ​ຂອງ​ຄະນະ​ຊີ້​ນຳ, ສະຫຼຸບ​ບາງບັນຫາ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ​ຂອງ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່ (1986-2016), ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 25/9 ຢູ່​ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ ຄະນະ​ຊີ້​ນຳ​ຄວນ​ສຸມ​ໃສ່​ຈຸດ​ສຸມ​ໃນ 10ປີ 2006-2016, ບັນດາ​ມາດ​ຕະການ, ຂໍ້​ສະ​ເໜີ​ຈຶ່ງ​ຖືກຕ້ອງ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ເພື່ອ​ປະກອບສ່ວນ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ວ່າ:

ສະຫຼຸບ​ແມ່ນ​ຕ້ອງ​ສັງ​ເກດ​ຢ່າງຮອບດ້ານ, ​ເຫັນ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ສິ່ງ​ທີ່​ຈຳກັດ, ​ເຫັນ​ໄດ້​ບັນດາ​ບັນຫາ​ໃໝ່​ທີ່​ພວມ​ວາງ​ອອກ, ບັນດາ​ບັນຫາ​ເກົ່າ​ແຕ່​ຍັງ​ບໍ່​ທັນ​ແກ້​ໄຂ. ສິ່ງ​ສຳ​ຄັນ​ແມ່ນ​ບໍ່​ໄດ້​ຫຼີກ​ເວັ້ນຄວາມ​ຈິງ, ຕ້ອງ​ເຫັນ​ໄດ້​ຄວາມ​ຈິ່ງ​ຢ່າງ​ກົງ​ໄປ​ກົງ​ມາ, ພາວະ​ວິ​ໄສ, ​ແຜນ​ນະ​ໂຍບາຍ​ໃນ​ຕໍ່ໜ້າ​ຈິ່ງ​ຖືກຕ້ອງ

ຂ່າວ/ບົດ​ອື່ນ