ທັດ​ສະ​ນະ​ທີ່​ແຕກ​ຕ່​າງ​ກັນ​ກ່ອນ​ດຳ​ເນີນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ EU - MERCOSUR

(VOVWORLD) -     ວັນທີ 08 ມັງກອນ, ຊາວກະສິກອນ ຝລັ່ງ ໄດ້ຂັບລົດແກ່ລົດໄຖໄປໃນເຂົ້າບໍລິເວນນະຄອນຫຼວງ ປາຣີ ເພື່ອແຫ່ຂະບວນປະທ້ວງຄັດຄ້ານສັນຍາການຄ້າເສລີລະຫວ່າງ ສະຫະພາບເອີຣົບ (EU) ແລະ ກຸ່ມຕະຫຼາດຮ່ວມ ອາເມລິກາໃຕ້ (MERCOSUR), ໃນສະພາບການ EU ກະກຽມການປ່ອນບັດຮັບຮອງເອົາຂໍ້ຕົກລົງນີ້.
ທັດ​ສະ​ນະ​ທີ່​ແຕກ​ຕ່​າງ​ກັນ​ກ່ອນ​ດຳ​ເນີນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ EU - MERCOSUR - ảnh 1ກຳລັງຕຳຫຼວດຂວາງກັ້ນລົດແກ່ລົດໄຖ ຢູ່ໃກ້ທາດ Eiffel, ວັນທີ 8/1/2026 (ພາບ: REUTERS/Gonzalo Fuentes)

  ໃນຂະນະນັ້ນ, ຢູ່ໃກ້ນະຄອນ Bordeaux ທາງທິດຕາເວັນຕົກສ່ຽງໃຕ້ປະເທດ ຝລັ່ງ ກໍເກີດການແຫ່ຂະບວນປະທ້ວງໜຶ່ງ, ໃນນັ້ນ ຜູ້ມີຄວາມຮັບຜິດຊອບຂອງທ້ອງຖິ່ນໃຫ້ຮູ້ວ່າ ມີລົດລາງພາຫະນະກະເສດປະມານ 40 ຄັນ ໄດ້ຈອດຂວາງກັ້ນຢູ່ທາງເຂົ້າສາງເຊື້ອເພີງ. ຜູ້ແຫ່ຂະບວນປະທ້ວງສະແດງຄວາມວິຕົກກັງວົນວ່າ ສັນຍາສະບັບນີ້ຈະສ້າງຕະຫຼາດແກ້ງແຍ້ງແບບບໍ່ຍຸຕິທຳ, ເຮັດໃຫ້ຜະລິດຕະພັນພາຍໃນປະເທດຖືກກຳລັງກົດດັ່ນຕໍ່ກັບກະແສສິນຄ້າລາຄາຖືກທີ່ມາຈາກບັນດາປະເທດ ອາເມລິກາໃຕ້. ນອກຈາກນັ້ນແລ້ວ, ຊາວກະສິກອນ ຝລັ່ງ ກໍຄັດຄ້ານການຕົກລົງຂອງລັດຖະບານກ່ຽວກັບການທຳລາຍສັດລ້ຽງເພື່ອຮັບມືກັບການແຜ່ລາມຂອງພະຍາດຜິວໜັງງົວອັກເສບ.

ທ່ານນາງ Annie Genevard ລັດຖະມົນຕີກະຊວງກະສິກຳ ຝລັ່ງ ຍອມຮັບວ່າ ຄຳຮຽກຮ້ອງຂອງຊາວກະສິກອນແມ່ນ “ຊອບທຳ”, ແຕ່ຮຽກຮ້ອງໃຫ້ບັນດາຝ່າຍໃຈເຢັນໆ ແລະ ດຳເນີນການໂອ້ລົມສົນທະນາ.

        ຕາມແຜນການແລ້ວ, ບັນດາປະເທດສະມາຊິກ EU ຈະປ່ອນບັດຮັບຮອງເອົາຂໍ້ຕົກລົງການຄ້າເສລີລະຫວ່າງ EU ແລະ MERCOSUR ໃນວັນທີ 09 ກັນຍາ, ເປີດທາງໃຫ້ແກ່ການລົງນາມຢ່າງເປັນທາງການໃນອາທິດໜ້າ.



ຕອບກັບ

ຂ່າວ/ບົດ​ອື່ນ