ທີ່ປຶກສາກະຊວງພາຍໃນຍີ່ປຸນ: ປັບປຸງການພົວພັນກັບຈີນ ແມ່ນບັນຫາການທູດສຳຄັນທີ່ສຸດ

ທີ່ປຶກສາກະຊວງພາຍໃນຍີ່ປຸນ: ປັບປຸງການພົວພັນກັບຈີນ ແມ່ນບັນຫາການທູດສຳຄັນທີ່ສຸດ - ảnh 1
(​ກຳ່​ປັ່ນ​ຮົບ​ຂອງ ຍີ່ປຸ່ນ)
(vovworld) -     ວັນ​ທີ 10/02, ທ່ານ Shotaro Yachi, ທີ່​ປຶກສາ​ພິ​ເສດ​ຂອງ​ກະຊວງ​ພາຍ​ໃນ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ, ບັນຫາ​ການ​ທູດ​ສຳຄັນ​ທີ່​ສຸດ​ສຳລັບ​ຍີ່ປຸ່ນ ​ໃນ​ທົ​ດສະ​ວັດ​ຈະ​ມາ​ເຖິງ ​ແມ່ນ​ຊອກ​ຫາ​ມາດ​ຕະການ​ພັດທະນາ​ການ​ພົວພັນ​ກັບ​ຈີນ. ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວ​ສານ Kyodo, ທ່ານ Yachi, ອະ​ດີດ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໄດ້​​ເນັ້ນ​ໜັກ​​ເຖິງຄວາມ​ຈຳ​ເປັນ​ຂອງ​ການ​ດຳ​ເນີນ​ການ​ເຈລະຈາ “ຢູ່​ຫຼາຍ​ຂັ້ນ” ກັບ​ຈີນ ​ເພື່ອ​ແນ​ໃສ່​ປັບປຸງການ​ພົວພັນ​ລະຫວ່າງ 2 ປະ​ເທດ ຍ້ອນ​ບັນດາ​ການ​ໂຕະຖຽງ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ອະທິປະ​ໄຕ​ຜືນ​ແຜນ​ດິນ, ​ເຂດ​ນານ​ທະ​ເລ​ຮວາ​ຕຸ​ງ. ຕາມ​ທ່ານ​ແລ້ວ, ຈີນ ​ແມ່ນ​ປະ​ເທດ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​​ເທດ​ຍຸດ​ທະ​ສາດ​ຂອງ​ຍີ່ປຸ່ນ. ກ່ຽວ​ກັບ​ເລື່ອງ​ກໍ່າ​ປັ່ນ​ຈີນ ບັນຊາ​ກຳລັງ​​​ໄຟ​ໃສ່ກຳ່​ປັ່ນ​ຮົບ​ຂອງ ຍີ່ປຸ່ນ ​ໃນ​ທະ​ເລ​ ຮວາ​ຕຸ​ງ, ທ່ານ Yachi ​ເນັ້ນ​ໜັກ​ວ່າ ​ເນັ້ນ​​ແມ່ນ​ການ​ກະ​ທຳ​ທີ່ “ອັນຕະລາຍ​ທີ່​ສຸດ ​ແລະ ລະ​ເມີດ​ກົດໝາຍ​ຂອງ​ປະຊາ​ຄົມ​ໂລກ”. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ກໍ່າ​ປັ່ນ​ລາດ​ຕາ​ເວັນ 4 ລ້ຳ​ຂອງ​ຈີນ ​ໄດ້​ດຳ​ເນີນ​ການ​ລາດ​ຕາ​ເວັນ​ຢູ່ໃກ້​ກັບ​ໝູ່​ເກາະທີ່​ພວມມີ​ການ​ພິພາດອະທິປະ​ໄຕ Senkaku ​ເຊິ່ງຝ່າຍ​ຈີນ​ເອີ້ນ​ວ່າ ຕຽວອີ. ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່​ກໍ່າ​ປັ່ນ​ຂອງ​ຈີນ ​​ເຂົ້າ​ເຂດນານ​ທະ​ເລດັ່ງກ່າວ ​ພາຍຫຼັງ​ທີ່​ກໍ່າ​ປັ່ນ​ສູ້​ຮົບ​ຈີນ ບັນຊາ​ກຳລັງ​​​ໄຟ​ໃສ່ກຳ່​ປັ່ນ​ຮົບ​ຂອງ ຍີ່ປຸ່ນ ​ເມື່ອ​ວັນ​ທີ 05/02 ຜ່ານ​ມາ.
ຂ່າວ/ບົດ​ອື່ນ