ທິມບານເຕະ U23 ຫວຽດນາມ ສ້າງຂີດໝາຍກັບສື່ມວນຊົນສາກົນ

(VOVWORLD) - ນັດແຂ່ງຂັນຊິງຊະນະເລີດທີ່ຜ່ານມາ “ປິດທ້າຍໄລຍະທາງຂະບວນການເຕັມໄປດ້ວຍຄວາມປະທັບໃຈຂອງ ຫວຽດນາມ ທີ່ການແຂ່ງຂັນນີ້, ແນ່ນອນວ່າຈະຍື່ນຍົງຄົງຕົວໃນຄວາມຊົງຈຳຂອງແຟນບານຢູ່ປະເທດ ອາຊີ ຕາເວັນອອກສ່ຽງໃຕ້ນີ້”.
ທິມບານເຕະ U23 ຫວຽດນາມ ສ້າງຂີດໝາຍກັບສື່ມວນຊົນສາກົນ - ảnh 1 ນັກກິລາບານເຕະ ກົງເຟື້ອງ ໃນນັດຊິງຊະນະເລີດກັບ Uzbekistan

ເປັນຄັ້ງທຳອິດ, ທິມບານເຕະ U23 ຫວຽດນາມ ຢືນອັນດັບທີ 2 ໃນການແຂ່ງຂັນ AFC U23 ພາຍຫຼັງຖືກເສຍໃຫ້ U23 Uzbekistan ໃນນັດແຂ່ງຂັນຊິງຊະນະເລີດດຳເນີນໃນວັນທີ 27 ມັງກອນ. ເຖິງຢ່າງໃດກໍ່ຕາມ, ດ້ວຍການແຂ່ງຂັນຂອງບັນດານັກກິລາ ຫວຽດນາມ ໄດ້ສ້າງບັນດາຂີດໝາຍສຳລັບສື່ມວນຊົນ ສາກົນ, ກໍ່ຄືໃນຈິດໃຈຂອງແຟນບານບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ພາກພື້ນອີກດ້ວຍ. ພາຍຫຼັງນັດແຂ່ງຂັນຊິງຊະນະເລີດ, ງານແຂ່ງຂັນບານເຕະ U23 ອາຊີ ສິ້ນສຸດລົງ, ສະຫະພັນບານເຕະ ອາຊີ (AFC) ມີບົດສັງເກດກ່ຽວກັບການແຂ່ງຂັນເຕັມໄປດ້ວຍຄວາມປະທັບໃຈໃນສະໜາມກິລາ ຈ໋າງເຈົາ. AFC ຖືວ່າ: ນັດແຂ່ງຂັນຊິງຊະນະເລີດທີ່ຜ່ານມາ “ປິດທ້າຍໄລຍະທາງຂະບວນການເຕັມໄປດ້ວຍຄວາມປະທັບໃຈຂອງ ຫວຽດນາມ ທີ່ການແຂ່ງຂັນນີ້, ແນ່ນອນວ່າຈະຍື່ນຍົງຄົງຕົວໃນຄວາມຊົງຈຳຂອງແຟນບານຢູ່ປະເທດ ອາຊີ ຕາເວັນອອກສ່ຽງໃຕ້ນີ້”.

ທິມບານເຕະ U23 ຫວຽດນາມ ສ້າງຂີດໝາຍກັບສື່ມວນຊົນສາກົນ - ảnh 2 ແຟນບານ ຫວຽດນາມ ຕ້ອນຮັບບັນດານັກກິລາບານເຕະ

        ນ້ຳໃຈແຂ່ງຂັນອົງອາດກ້າຫານຂອງບັນດານັກກິລາ ແລະ ຄູຝຶກ Park Hang Seo ກໍ່ໄດ້ຮັບຫຼາຍການຊົມເຊີຍ. ສື່ເອກເລັກໂຕນິກກິລາ Bola Akurat ຂອງ ອິນໂດເນເຊຍ ຍົກສູງ “ກຳລັງຕໍ່ສູ້” ຂອງ U23 ຫວຽດນາມ ໃນຂະນະທີ່ຖືກເສຍແກ່  Uzbekistan  ພຽງ 1 ປະຕູຕໍ່ 2, ກໍ່ຕ້ອງຜ່ານຜ່າຄວາມຫຍຸ້ງຍາກນັ້ນແມ່ນແຂ່ງຂັນໃນສະພາບການຫິມະຕົກຫຼາຍ. ໃນຂະນະນັ້ນ, ສື່ເອເລັກໂຕນິກກິລາມີອິດທິພົນຊື່ສຽງ Fox Sports, ນັກຂ່າວ John Duerden ມີບົດຂຽນກ່ຽວກັບໄຊຊະນະຂອງ ທິມບານເຕະ U23 ຫວຽດນາມ ໃນໃຈແຟນບານ. ສ່ວນສື່ເອເລັກໂຕນິກບານເຕະ ອາຊີ Fox (Fox Asian football) ເອີ້ນຄວາມມານະພະຍາຍາມຂອງທິບບານເຕະ ຫວຽດນາມ ແມ່ນໄຊຊະນະຂອງນ້ຳໃຈອົງອາດກ້າຫານ.

        ສຳນັກຂ່າວສານໃຫຍ່ AFP ມີຄວາມປະທັບໃຈດ້ວຍນ້ຳໃຈເຊິ່ງແຟນບານຂອງ ຫວຽດນາມ ສະຫງວນໃຫ້ແກ່ທິມບານເຕະ ຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ