ທິມບານເຕະຍິງ ຫວຽດນາມ ອອກເດີນທາງເຂົ້າຮ່ວມຮອບ​ຊີງຊະນະເລີດ World Cup ຍິງ 2023

(VOVWORLD) - ທິມບານເຕະຍິງ ຫວຽດນາມ ຍາດໄດ້ສິດເຂົ້າຮ່ວມ World Cup ຍິງ 2023 ຈັດຕັ້ງຢູ່ ນິວຢີແລນ ແລະ ອົດສະຕາລີ ແຕ່ວັນທີ 20 ກໍລະກົດ ຫາວັນທີ 20 ສິງຫາ
ທິມບານເຕະຍິງ ຫວຽດນາມ ອອກເດີນທາງເຂົ້າຮ່ວມຮອບ​ຊີງຊະນະເລີດ World Cup ຍິງ 2023 - ảnh 1ທິມບານເຕະຍິງ ຫວຽດນາມ
(ພາບ:TTXVN)

ຕອນເຊົ້າວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບານເຕະ ຫວຽດນາມ (VFF) ໄດ້ຈັດພິທີອອກເດີນທາງຂອງທິມບານເຕະຍິງ ແຫ່ງຊາດ ຫວຽດນາມ ເຂົ້າຮ່ວມຮອບຊີງຊະນະເລີດບານເຕະຍິງ ໂລກ 2023. ທີ່ພິທີ, ທ່ານ ເຈິ່ນກວັກຕວັນ, ປະທານສະຫະພັນບານເຕະ ຫວຽດນາມ ຢັ້ງຢືນ: ທິມບານເຕະຍິງ ຫວຽດນາມ ຍາດໄດ້ສິດເຂົ້າຮ່ວມ World Cup ຍິງ 2023 ຈັດຕັ້ງຢູ່ ນິວຊີແລນ ແລະ ອົດສະຕາລີ ແຕ່ວັນທີ 20 ກໍລະກົດ ຫາວັນທີ 20 ສິງຫາ ແມ່ນຜົນງານມີຄວາມໝາຍໃນປະຫວັດສາດຂອງກິລາບານເຕະ ຫວຽດນາມ ເວົ້າລວມ ແລະ ບານເຕະຍິງ ເວົ້າສະເພາະ.

          ທີ່ພິທີ, ຫົວໜ່ວຍອຸປະຖຳ ບານເຕະ ຫວຽດນາມ ໄດ້ມອບຈຳນວນເງິນກ່ວາ 42.000 ໂດລາສະຫະລັດ ໃຫ້ແກ່ທິມບານເຕະຍິງ ຫວຽດນາມ ເພື່ອແນໃສ່ສົ່ງເສີມ, ກະຕຸກຊຸກຍູ້, ສະແດງຄວາມເຄົາລົບຕໍ່ບັນດາຄວາມມານະພະຍາຍາມທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງ ຄູຝຶກ ມາຍດຶກຈູງ ແລະ ບັນດານັກກິລາ ເພື່ອບັນລຸໄດ້ຜົນງານທີ່ເປັນໜ້ານັບຖື, ຄວາມເອກອ້າງທະນົງໃຈໃຫ້ແກ່ກິລາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ