ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຕັດສິນໃຈປົກປັກຮັກສາສະພາບແວດລ້ອມສັນຕິພາບເພື່ອພັດທະນາປະເທດຊາດ


ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຕັດສິນໃຈປົກປັກຮັກສາສະພາບແວດລ້ອມສັນຕິພາບເພື່ອພັດທະນາປະເທດຊາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ພົບ​ປະ​ກັບ​ບັນ​ດາ​ຜູ້​ແທນ

(vovworld)- ຕອນ​ເຊົ້າ​ວັນ​ທີ 13/8, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ໄດ້​ຈັດ​ກອງ​ປະ​ຊຸມ​ພົບ​ປະ​ກັບ​ພະ​ນັກ​ງານ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ​ທີ່​ໄດ້​ພັກ​ກິນ​ເບ້ຍ​ບຳ​ນານ​ເຂດ​ພາກ​ເໜືອ​ເພື່ອ​ແຈ້ງ​ໃຫ້​ຊາບສະ​ພາບການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ພ້ອມ​ກັບ​ວຽກ​ງານ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ລັດ​ໃນ​ຂົງ​ເຂດ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ຊີ້​ໃຫ້​ເຫັນ​ບັນ​ດາ​ໝາກ​ຜົນ​ທີ່​ຫວຽດ​ນາມ​ຍາດ​ມາ​ໄດ້​ໄລ​ຍະ​ທີ່​ຜ່ານ​ມາ ແລະ ສະ​ເໜີ​ໃນ​ໄລ​ຍະ​ທີ່​ຈະ​ເຖິງ​ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ, ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ຢ່າງ​ສູງ​ພາຍ​ໃນ​ພັກ, ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ໃນ​ໝູ່​ປະ​ຊາ​ຊົນ, ມີ​ແຜນ​ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ​ເພື່ອ​ນຳ​ປະ​ເທດ​ຊາ​ດພັດ​ທະ​ນາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ອີກ​ເທື່ອ​ໜຶ່ງ​ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ​ໃນ​ການ​ເດັດດ່ຽວປັກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ເຂດ​ນ້ຳ​ແດນ​ດິນ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມ​ືອງ, ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ.
ຂ່າວ/ບົດ​ອື່ນ