ທົ່ວເອີລົບຂາດສະຖຽນລະພາບໃນວັນກຳມະກອນສາກົນ

(VOVWORLD) -ວັນທີ 01/05 ການແຫ່ຂະບວນປະທ້ວງພາໄປເຖິງການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນໃນວັນກຳມະກອນສາກົນຢູ່ນະຄອນຫລວງ Paris ປະເທດ ຝະລັ່ງ

ໃນສະພາບການ ໃກ້ຈະຮອດຈຸດເວລາດຳເນີນການເລືອກຕັ້ງປະທານາທິບໍດີ ຝະລັ່ງ ຮອບທີ 2 ພຽງປະມານອາທິດໜຶ່ງ. ບັນດາຜູ້ແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງ ໄດ້ຖືວ່າມາຈາກບັນດາກຸ່ມຫົວຮຸນແຮງ ທີ່ເຄີຍເຂົ້າຮ່ວມການແຫ່ຂະບວນປະທ້ວງຕ້ານລັດຖະບານເປັນຫລາຍຄັ້ງແລ້ວກ່ອນໜ້ານັ້ນ.

        ໃນຂະນະນັ້ນ ຢູ່ປະເທດ ຕວກກີ ຕຳຫລວດຢູ່ນະຄອນ Istanbul ໄດ້ຈັບຕົວ 165 ຄົນ ຢູ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນກຳມະກອນສາກົນທີ່ນະຄອນນີ້. ຜູ້ຖືກຈັບເກືອບທັງໝົດລ້ວນແຕ່ມີເຈດຕະນາເດີນຂະບວນຢູ່ສະໜາມຫລວງ Taksim ໂດຍບໍ່ຫົວຊາຕໍ່ຄຳສັ່ງຫ້າມຂອງອຳນາດການປົກຄອງ.

ຕອບກັບ

ຂ່າວ/ບົດ​ອື່ນ