ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 77,7 ລ້ານ​ຄົ​ນ

(VOVWORLD) -ຢູ່ເອີລົບ, ຈຸດສຸມໃນເວລາ 24 ຊົ່ວໂມງທີ່ຜ່ານມາ ກ່ຽວຂ້ອງເຖິງເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ ທີ່ພວມແຜ່ລາມຢ່າງແຮງຢູ່ອັງກິດ. 
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 77,7 ລ້ານ​ຄົ​ນ - ảnh 1ປະຊາຊົນອັງກິດພວມປະເຊີນໜ້າກັບເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ ທີ່ພວມແຜ່ລາມຢ່າງແຮງ (ພາບ: AFP/TTXVN) 

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດເກືອບ 77,7 ລ້ານຄົນ, ໃນນັນມີ ຜູ້ເສຍຊີວິດກ່ວາ 1,7 ລ້ານຄົນ. ອາເມລິກາສືບຕໍ່ແມ່ນໃຈກາງພະຍາດໃຫຍ່ທີ່ສຸດຂອງ ໂລກ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 18.454.626  ຄົນ ແລະ ຜູ້ເສຍຊີວິດແມ່ນ 326.668 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ຢູ່ເອີລົບ, ຈຸດສຸມໃນເວລາ 24 ຊົ່ວໂມງທີ່ຜ່ານມາ ກ່ຽວຂ້ອງເຖິງເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ ທີ່ພວມແຜ່ລາມຢ່າງແຮງຢູ່ອັງກິດ. ວັນທີ 21 ທັນວາ, ຫຼາຍປະເທດເອີລົບ, ອາຊີ ແລະ ອາເມລິກາລາຕິນ ໄດ້ຕັດສິນຢຸດຕິບັດນາຖ້ຽວບິນສອງສົ້ນໄປຍັງປະເທດນີ້. ເຖິງຢ່າງໃດກໍ່ຕາມ, ອົງການອະນາໄມໂລກ (WHO) ຖືວ່າ ເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ທີ່ຫາກໍ່ໄດ້ກວດພົບຢູ່ອັງກິດນັ້ນ ຍັງສາມາດຄວບຄຸມດ້ວຍບັນດາມາດຕະການທີ່ມີຢູ່ແລ້ວໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ