ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 55,9 ລ້ານຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 18 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 55,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.342.864  ຄົນ.
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 55,9 ລ້ານຄົນ - ảnh 1 (ພາບປະກອບ: Reuters)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 55,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.342.864  ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 11,7 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 254.000 ຄົນ.

        ເອີລົບ ພວມແມ່ນໃຈກາງແຜ່ລະບາດຂອງໂລກ, ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 14,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 342.500  ຄົນ. ຖັດຈາກນັ້ນແມ່ນບັນດາປະເທດອາເມລິກາລາຕິງ ແລະ ກາຣີເບ. ຢູ່ອາຊີ ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 11,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 183.000  ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ