ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກວ່າ 74 ລ້ານ​ຄົນ

(VOVWORLD) -ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 74.508.987 ຄົນ, ໃນນັ້ນ ມີ 1.654.250 ຄົນ ເສຍຊີວິດ.
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກວ່າ 74 ລ້ານ​ຄົນ - ảnh 1ປະຊາຊົນລຽນແຖວເພື່ອຖ້າສັກວັກຊິນ ຢູ່ ວໍຊີງຕັນ (ພາບ:THX/TTXVN) 

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ທັນວາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 74.508.987 ຄົນ, ໃນນັ້ນ ມີ 1.654.250 ຄົນ ເສຍຊີວິດ.

        ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດກວ່າ 314.523 ຄົນ ໃນຈຳນວນຜູ້ຕິດເຊື້ອ 17.385.399 ຄົນ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ, ບຣາຊິນ, ລັດເຊຍ ແລະ ຝລັ່ງ.

ວັນທີ 17 ທັນວາ, ຫ້ອງວ່າການປະທານາທິບໍດີ ຝລັ່ງ ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ Emmanuel Macron ມີຜົນເປັນບວກກັບເຊື້ອໄວຣັດ SARS-CoV-2.  ຕາມແຈ້ງການແລ້ວ, ທ່ານຈະກັກຕົວເອງໃນເວລາ 7 ມື້ ແລະ ຈະປະຕິບັດຕາມຂໍ້ກຳນົດວ່າດ້ວຍການປ້ອງກັນ, ຕ້ານໂລກລະບາດຂອງຝລັ່ງ. ທ່ານປະທານາທິບໍດີ Emmanuel Macron ຈະເຮັດວຽກຜ່ານລະບົບທາງໄກ.


ຕອບກັບ

ຂ່າວ/ບົດ​ອື່ນ