ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,1 ລ້ານ​ຄົນ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 48.517.370 ຄົນ, ໃນນັ້ນມີຜູ້ເສຍຊີວິດ 791.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,1 ລ້ານ​ຄົນ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: ກະຊວງສາທາລະນະສຸກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 20 ພະຈິກ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 256.915.825 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 5.154.848 ຄົນ, ແລະມີ 231.944.131 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ

ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 48.517.370 ຄົນ, ໃນນັ້ນມີຜູ້ເສຍຊີວິດ 791.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 19 ພະຈິກ ຫາເວລາ 16 ໂມງຂອງວັນທີ 20 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 9.531 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.084.625 ຄົນ ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 900.337 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ