ທ້ອງຖີ່ນຕ່າງໆ ຊາບຊຶມເນື້ອໃນກອງປະຊຸມສູນກາງພັກຄັ້ງທີ 5, ຊຸດທີ 11

ທ້ອງຖີ່ນຕ່າງໆ ຊາບຊຶມເນື້ອໃນກອງປະຊຸມສູນກາງພັກຄັ້ງທີ 5, ຊຸດທີ 11 - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 21/5, ຄະນະ​ພັກ​ແຂວງ ບິນ​ດິງ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 5 ຊຸດ​ທີ 11 (ທີ່​ດຳ​ເນີນ​ແຕ່​ວັນ​ທີ 7 – 15/5 ຢູ່​ຮ່າ​ໂນ້ຍ) ​ໃຫ້​ພະນັກງານ, ​ອົງການ​ພັກ​ແຕ່​ຂັ້ນ​ເມືອງ​ຂຶ້ນ​​ໄປ, ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ.

        ​ແລະ​ກໍ​ໃນ​ວັນ​ທີ 21/5, ຄະນະ​ພັກ​ແຂວງ ​ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງ​ 2 ກອງ​ປະຊຸມ​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 11 ​ໃຫ້​ແກ່ ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ ​ແລະ ພະນັກງານ​ຂັ້ນ​ສູງ​ທີ່​ໄດ້​ພັກ​ກິນ​ເບ້ຍ​ບຳນານ​ໃນ​ບໍລິ​ເວນ​ນະຄອນ ຍາ​ຈາງ ​ແຂວງ ​ແຄ໋ງຮ່ວາ ກ່ວາ 600 ທ່ານ. ການ​ນຳ​ຄະນະ​ພັກ​ແຂວງ ບິນ​ດິງ ​ແລະ ​ແຄ໋ງຮ່ວາ ​ໄດ້​ແຈ້ງ​​ໃຫ້​ບັນດາ​ຜູ້​ແທນ​​ໄດ້​ຮັບ​ຊາບບັນດາ​ບັນຫາ​ຈຸດ​ສຸມ​ທີ່​​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ​ໄດ້ປຶກສາ​ຫາລື, ສະຫຼຸບ ເຊິ່ງລວມມີ: ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ຄົ້ນ​ຄ້ວາ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ, ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ຕີ​ລາຄາໝາກຜົນ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 3 ຊຸດ​ທີ 10 ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ, ​ເງິນ​ເດືອນ ​ແລະ ການ​ອຸດ​ໜູນ​ພິ​ເສດ​ໃຫ້​ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ.

ຂ່າວ/ບົດ​ອື່ນ