ທ້ອງຖິ່ນຕ່າງໆສະເຫຼີມສະຫຼອງ61ປີແຫ່ງວັນແພດໝໍຫວຽດນາມ27/2

ທ້ອງຖິ່ນຕ່າງໆສະເຫຼີມສະຫຼອງ61ປີແຫ່ງວັນແພດໝໍຫວຽດນາມ27/2 - ảnh 1
ແຂວງ ບີ່ງເຢືອງ ຈັດຕັ້ງພິທີຍ້ອງຍໍຊົມເຊີຍບັນດາທ່ານໝໍດີເດັ່ນ

(vovworld) – ວັນ​ທີ 27/2, ​​ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ (27/2/1955 – 27/2/2016). ​ເນື່ອງ​ໃນ​​ເຫດການ​ນີ້, ຢູ່ ຮ່າ​ໂນ້ຍ, ຕອນ​ບ່າຍ​ວັນ​ທີ 26/2, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມປະ​ເທດ​ຊາດ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ສະມາຄົມ​ໃຫຍ່​ແພດສາດ ຫວຽດນາມ, ​ໂຮງໝໍ​​ເສນາ​ຮັກ 354…

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ພະ​ແນ​ກສາທາລະນະ​ສຸກ ນະຄອນ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ພະນັກງານ​ແພດ​ໝໍນະຄອນ ​ໂຮ່ຈີ​ມິ​ນ ທຸກໆ​ຄົນຕັດສິນ​ໃຈ​ສືບ​ຕໍ່​ສ້າງ​ຜົນງານ​ຫຼາຍ​ຢ່າງ​ໃນ​ປີ 2016.

        ທີ່​ພິທີ​ສະ​ເຫຼີ​ມສະຫຼອງ ວັນ​ແພດ​ໝໍ ຫວຽດນາມ, ວັນ​ທີ 26/2, ທ່ານ ດັ້ງ​ມິ​ງຮື​ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ບີ່​ງ​ເຢືອງ ​ໃຫ້​ຮູ້​ວ່າ: ປີ 2016, ​ແຂວງ ບີ່​ງ​ເຢືອງ ສູ້​ຊົນ​ເພີ່ມ​ອັດຕາ​ຕາ​ແສງ, ​ເທດສະບານ​ເມືອງ ບັນລຸ​ມາດຖານ​ແຫ່ງ​ຂາດ​ກ່ຽວ​ກັບ​ດ້ານ​ການ​ແພດ… ​ເນື່ອງ​ໃນ​ໂອກ​າດນີ້, ກ່ວາ 110 ໝູ່​ຄະນະ, ບຸກຄົນ, ທ່ານໝໍ ​ໄດ້​ຮັບ​ການ​ຍ້ອງຍໍ, ຊົມ​ເຊີຍ.


ຂ່າວ/ບົດ​ອື່ນ