ທ້ອງຖິ່ນຕ່າງໆໃນທົ່ວປະເທດຈັດຕັ້ງບັນດາການເຄື່ອນໄຫວຕອບບຸນແທນຄຸນບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

ທ້ອງຖິ່ນຕ່າງໆໃນທົ່ວປະເທດຈັດຕັ້ງບັນດາການເຄື່ອນໄຫວຕອບບຸນແທນຄຸນບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ - ảnh 1
ແຂວງ​ຮ່າ​ຢາງ​ຈັດ​​ຕັ້ງການ​ໄປ​ຢື້​ຢາ​ມ​ຖາມ​ຂ່າວ,
ມອບ​ຂອບ​ຂັວນ​ໃຫ້​ 4.700 ກວ່າເປົ້າ​ໝາຍ
(ພາບ​ປະ​ກອບ: hagiang.gov.vn)

(vovworld) - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 69 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄ​ະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27/07/1947 – 27/07/2016), ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ໄ​ດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ “ຕອບ​ບຸນ​ແທນ​ຄຸນ”, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ບັນ​ດາທະ​ຫານ​ເຈັບ​ປ່ວຍ ແລະ ​ທະ​ຫານເສຍ​ອົງ​ຄະ, ສະ​ແດງ​​ຄວາມ​ຮູ້​ບຸນ​ຄຸນ​ສຳ​ລັບ​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີຕໍ່​​ການ​ປະ​ຕິ​ວັດ.

        ຕາມ​ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ແຂວງ​ຮ່າ​ຢາງ ແລ້ວ, ເນື່ອງ​ໃນ​ໂອ​ກາດ​ວັນ​ທີ 27/07/2016, ​ປີນີ້ແຂວງ​ໄດ້​ຈັດ​​ຕັ້ງການ​ໄປ​ຢື້​ຢາ​ມ​ຖາມ​ຂ່າວ, ມອບ​ຂອບ​ຂັວນ​ໃຫ້​ 4.700 ກວ່າເປົ້າ​ໝາຍ ນອນ​ໃນ​ນະ​ໂຍ​ບາຍ, ຜູ້​ທີ​ມີ​ຄຸນ​ງາມ​ຄວາມ​ດີ, ​ຂອງ​ຂວັນແຕ່​ລະ​ພູດ​ມີ​ມູນ​ຄ່າ 300.000 ດົ່ງ. ແຂວງ​ຮ່າ​ຢາງ ​​ກໍ່​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ການ​ໜູນ​ຊ່ວຍ​ການ​ສ້ອມ​ແປງ ແລະ ກໍ່​ສ້າງ​ເຮືອນ​ຫຼັງ​ໃໝ່​ໃຫ້​ບັນ​ດາ​ຄອ​ບ​ຄົວ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.

        ຄະ​ນະ​ກຳ​ມະ​ການ​ແຂວງກວາງ​ນາມ ໄດ້​ສະ​ຫງວນ​ຈຳ​ນວນ​ເງິນ​ເກືອບ 20 ຕື້​ດ​ົ່ງ ເພື່ອຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ແກ່ບັນ​ດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ຍາດ​ຕິ​ພີ່​ນ້ອງ​ບັນ​ດາ​ຜູ້​​ທີ່​ມີ​ຄຸນ​ງາມ​ຄວາມ​ດີ. ຕາມນັ້ນ​ແລ້ວ, ແຂ​ວງໄດ້​ໜູນ​ຊ່ວຍ 8 ຫົວ​ໜ່ວຍ​ຄຸ້ມ​ຄອງ, ລ້ຽງ​ດູ, ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ​່ການ​ປະ​ຕິ​ວັດ; ຢື້​ຢາມ​ຖາມ​ຂ່າວ​ ແລະ ມອບ​ຂອງ​ຂວັນ​ໃຫ້ບັນ​ດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ…

        ແຂວງ​ບິ່ງ​ເຟື໋ອກ, ຮ່​ວາ​ບິ່ງ ກໍ​ໄດ້​ຈັດ​​ຕັ້ງບັນ​ດາ​ຄະ​ນະ​ໄ​ປຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​​ເປົ້າ​ໝາຍ​ນະ​ໂຍ​ບາຍໃນ​ບໍ​ລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ