ທ່ອງທ່ຽວຫວຽດນາມ: ເຂດມໍລະດົກເຫ້ວຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 50.000 ເທື່ອຄົນໃນໂອກາດບຸນເຕັດ

(VOVWORLD) -       ໃນເວລາ 9 ວັນຂອງບຸນປີໃໝ່ປີກຸນ 2019 (ແຕ່ວັນທີ 2 – 10 ກຸມພາ), ເຂດມໍລະດົກເຫ້ວ ໄດ້ຕ້ອນຮັບນັກທ່ອງທ່ຽວ 158.000 ເທື່ອຄົນ; ໃນນັ້ນມີນັກທ່ອງທ່ຽວສາກົນ 50.000 ເທື່ອຄົນ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ນັບແຕ່ວັນທີ 05 – 07 ກຸມພາ (ກົງກັບວັນທີ 1 – 3 ເດືອນຈຽງ ບຸນເຕັດປີກຸນ 2019 ໄລ່ຕາມຈັນທະປະຕິທິນ), ສູນອະນຸລັກຮັກສາມໍລະດົກກຸງເກົ່າເຫ້ວ ໄດ້ເປີດປະຕູໂດຍບໍ່ເກັບຄ່າ ເຊິ່ງໄດ້ຕ້ອນຮັບປະຊາຊົນ ແລະ ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຊົມເຂດມໍລະດົກເຫ້ວ ນັບໝື່ນເທື່ອຄົນ. ໃນຊຸມມື້ນີ້, ສູນໄດ້ຈັດຕັ້ງຫຼາຍເຫດການຄື: ບັນດາການລະຫຼີ້ນພື້ນເມືອງໃນພະລາດຊະວັງ, ສະແດງການຂຽນຕົວໜັງສື, ລາຍການສະແດງດົນຕີ…

        ປີ 2018, ເຂດມໍລະດົກເຫ້ວ ໄດ້ຕ້ອນຮັບນັກທ່ອງທ່ຽວ 3,5 ລ້ານເທື່ອຄົນ, ໃນນັ້ນໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 2,3 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ