ທະນາຄານນະໂຍບາຍສັງຄົມ: ປ່ອຍສິນເຊື່ອໃຫ້ແກ່ຜູ້ນຳໃຊ້ແຮງງານກູ້ຢືມ 7.500 ຕື້ດົ່ງ

(VOVWORLD) -ການຜັນຂະຫຍາຍການໜູນຊ່ວຍໃຫ້ແກ່ຜູ້ນຳໃຊ້ແຮງງານກູ້ຢືມທຶນເພື່ອຈ່າຍເງິນເດືອນຜູ້ທີ່ພັກງານ, ຈ່າຍເງິນເດືອນເພື່ອຟື້ນຟູການຜະລິດ ແມ່ນເພື່ອແນໃສ່ຈຸດປະສົງນຳນະໂຍບາຍເຂົ້າສູ່ການດຳເນີນຊີວິດຢ່າງວ່ອງໄວ.
ທະນາຄານນະໂຍບາຍສັງຄົມ: ປ່ອຍສິນເຊື່ອໃຫ້ແກ່ຜູ້ນຳໃຊ້ແຮງງານກູ້ຢືມ 7.500 ຕື້ດົ່ງ - ảnh 1ທີ່ກອງລະປະຊຸມ
(ພາບ: Vietnam+)

ວັນທີ 07 ກໍລະກົດ, ທະນາຄານນະໂຍບາຍສັງຄົມຫວຽດນາມ ໄດ້ຈັດກອງລະປະຊຸມທາງອອນລາຍທົ່ວປະເທດເພື່ອຜັນຂະຫຍາຍນະໂຍບາຍໜູນຊ່ວຍຜູ້ນຳໃຊ້ ແຮງງານໄດ້ກູ້ຢຶມທຶນເພື່ອຈ່າຍເງິນເດືອນໃຫ້ຜູ້ທີ່ພັກງານ, ຈ່າຍເງິນເດືອນເພື່ອຟື້ນຟູການຜະລິດ.

        ທີ່ກອງລະປະຊຸມ, ທ່ານ ຮີ່ງວັນທ້ວນ, ຮອງຜູ້ອຳນວຍການໃຫຍ່ທະນາຄານນະໂຍບາຍສັງຄົມຫວຽດນາມ ໃຫ້ຮູ້ວ່າ, ການຜັນຂະຫຍາຍການໜູນຊ່ວຍໃຫ້ແກ່ຜູ້ນຳໃຊ້ແຮງງານກູ້ຢືມທຶນເພື່ອຈ່າຍເງິນເດືອນຜູ້ທີ່ພັກງານ, ຈ່າຍເງິນເດືອນເພື່ອຟື້ນຟູການຜະລິດ ແມ່ນເພື່ອແນໃສ່ຈຸດປະສົງນຳນະໂຍບາຍເຂົ້າສູ່ການດຳເນີນຊີວິດຢ່າງວ່ອງໄວ.

        “ຕາມຂໍ້ກຳນົດໃນຂໍ້ຕົກລົງເລກທີ 23 ຂອງນາຍົກລັດຖະມົນຕີ, ແຫຼ່ງທຶນເພື່ອໃຫ້ທະນາຄານນະໂຍບາຍສັງຄົມ ໃຫ້ຜູ້ນຳໃຊ້ແຮງງານກູ້ຢືມທຶນແມ່ນ 7.500 ຕື້ດົ່ງຈາກແຫຼ່ງກູ້ຢືມສ້າງແຫຼ່ງທຶນຄືນໃໝ່ຂອງທະນາຄານແຫ່ງລັດຫວຽດນາມ. ເມື່ອໄດ້ຮັບແຫຼ່ງທຶນຈາກທະນາຄານແຫ່ງລັດ, ທະນາຄານນະໂຍບາຍສັງຄົມ ພວກຂ້າພະເຈົ້າຈະປ່ອຍສິນເຊື່ອໃຫ້ແກ່ຜູ້ນຳໃຊ້ແຮງງານທີ່ມີເງື່ອນໄຂຢ່າງພຽງພໍຕາມຂໍ້ກຳນົດໂດຍທັນທີ ເພື່ອຊ່ວຍໃຫ້ເຂົາເຈົ້າຟື້ນຟູການຜະລິດຄືນໃໝ່,  ແກ້ໄຂຄວາມຫຍຸ້ງຍາກ ແລະ ຟື້ນຟູເສດຖະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ