ທະນາຄານສູນກາງ ອັງກິດ ເພີ່ມອັດຕາດອກເບ້ຍຕໍ່ເນື່ອງຄັ້ງທີ 10

(VOVWORLD) -ທະນາຄານສູນກາງ ອັງກິດ (BoE) ຕົກລົງເພີ່ມອັດຕາດອກເບ້ຍຕື່ມອີກ 0,5% ຂຶ້ນລະດັບ 4%.
ທະນາຄານສູນກາງ ອັງກິດ ເພີ່ມອັດຕາດອກເບ້ຍຕໍ່ເນື່ອງຄັ້ງທີ 10 - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 02 ກຸມພາ, ທະນາຄານສູນກາງ ອັງກິດ (BoE) ຕົກລົງເພີ່ມອັດຕາດອກເບ້ຍຕື່ມອີກ 0,5% ຂຶ້ນລະດັບ 4%. ນີ້ແມ່ນການເພີ່ມອັດຕາດອກເບ້ຍຕໍ່ເນື່ອງຄັ້ງທີ 10 ແລະ ຄາດວ່ານີ້ກໍ່ອາດຈະແມ່ນການເພີ່ມອັດຕາດອກເບ້ຍຄັ້ງສຸດທ້າຍ. ກ່ອນໜ້ານັ້ນ, ບັນດາການຄາດຄະເນໄດ້ຊີ້ໃຫ້ເຫັນວ່າ, ປະຈຸບັນໄພເງິນເຟີ້ຢູ່ ອັງກິດ ໄດ້ຂຶ້ນລະດັບສູງສຸດ ແລະ ຈະຄ່ອຍໆຫຼຸດລົງໃນປີນີ້ ແລະ ປີຕໍ່ໄປ, ອາດຈະຫຼຸດລົງລະດັບເປົ້າໝາຍ 2% ເຊິ່ງ BoE ໄດ້ວາງອອກ. ພ້ອມກັບການແຈ້ງເພີ່ມອັດຕາດອກເບ້ຍ, BoE ກໍ່ຍົກຄາດຄະເນການເຕີບໂຕເສດຖະກິດຂອງ ອັງກິດ ຂຶ້ນຕື່ມ. ເຖິງວ່າຍັງຄາດຄະເນຄວາມສ່ຽງດ້ານເຕັກນິກໃນປີນີ້ອາດຈະຊຸດໂຊມ, ດ້ວຍລະດັບເຕີບໂຕລວມຫຼຸດລົງ 0,5% ໃນປີ 2023 ເມື່ອທຽບໃສ່ລະດັບຊຸດໂຊມ 1,5% ໃນການຄາດຄະເນຂອງເດືອນ ພະຈິກ 2022.

ຕອບກັບ

ຂ່າວ/ບົດ​ອື່ນ