​ທະ​ນາ​ຄານ​ໂລກ ຍົກ​ລະ​ດັບ​ການ​​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ທົ່ວ​ໂລກ​ປີ 2021

(VOVWORLD) -ຍ້ອນທ່ວງທ່າຟື້ນຟູຢ່າງແຮງ ແລະ ລະດັບຄວາມໄວຂອງການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ບັນດາປະເທດພັດທະນາ, ສະນັ້ນ, ພື້ນຖານເສດຖະກິດໂລກໄດ້ຮັບການຄາດຄະເນວ່າຈະບັນລຸລະດັບການເຕີບໂຕ 5,6% ໃນປີ 2021, ເພີ່ມຂຶ້ນໄວກວ່າ 1,5% ເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ມັງກອນປີ 2021.
​ທະ​ນາ​ຄານ​ໂລກ ຍົກ​ລະ​ດັບ​ການ​​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ທົ່ວ​ໂລກ​ປີ 2021 - ảnh 1(ພາບປະກອບ: THX/TTXVN)

ບົດລາຍງານກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ (GEP) ສະບັບຫຼ້າສຸດ, ວັນທີ  8 ມິຖຸນາ, ທະນາຄານໂລກ ໃຫ້ຮູ້ວ່າ ຍ້ອນທ່ວງທ່າຟື້ນຟູຢ່າງແຮງ ແລະ ລະດັບຄວາມໄວຂອງການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ບັນດາປະເທດພັດທະນາ, ສະນັ້ນ, ພື້ນຖານເສດຖະກິດໂລກໄດ້ຮັບການຄາດຄະເນວ່າຈະບັນລຸລະດັບການເຕີບໂຕ 5,6% ໃນປີ 2021, ເພີ່ມຂຶ້ນໄວກວ່າ 1,5% ເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ມັງກອນປີ 2021.

ທະນາຄານໂລກ ໃຫ້ຮູ້ວ່າ ນີ້ແມ່ນລະດັບການຟື້ນຟູໄວທີ່ສຸດພາຍຫຼັງການຊຸດຊໂຊມໃນໄລຍະ 80 ປີມານີ້. ເຖິງຢ່າງໃດກໍຕາມ, ທະນາຄານໂລກ ກໍກ່າວເຕືອນວ່າ ຫຼາຍປະເທດ, ພິເສດແມ່ນບັນດາປະເທດທຸກຍາກ ພວມຖືກປະໄວ້ຢູ່ທາງຫຼັງ ແລະ ຕ້ອງໃຊ້ເວລາຫຼາຍປີ ຈຶ່ງກັບຄືນສູ່ລະດັບການເຕີບໂຕຄືໄລຍະກ່ອນເກີດໂລກລະບາດ. ຕາມທ່ານປະທານທະນາຄານໂລກ David Malpass ແລ້ວ, ຄວນສົມທົບບັນດາຄວາມມານະພະຍາຍາມໃນທົ່ວໂລກ ເພື່ອຍູ້ໄວການແຈກຢາຍວັກຊິນ ແລະ ຫຼຸດຜ່ອນໜີ້ສິນ, ພິເສດຢູ່ບັນດາປະເທດທີ່ມີລາຍຮັບຕ່ຳ.

ຕາມນັກຊ່ຽວຊານເສດຖະກິດຂອງທະນາຄານໂລກ Ayhan Kose ແລ້ວ, ເສດຖະກິດທົ່ວໂລກໃນປີ 2022 ຈະມີການເຕີບໂຕແຮງກວ່າ ຖ້າຫາກວ່າ ການແຈກຢາຍວັກຊິນໄດ້ຮັບການເຕີບໂຕ, ອາດຈະບັນລຸໄດ້ເຖິງ 5%. ທ່ານກໍຖືວ່າ ຕ້ອງຮອດປີ 2023 ແລະ ຫຼັງຈາກນັ້ນ, ບັນດາພື້ນຖານເສດຖະກິດສ່ວນຫຼາຍ ຈຶ່ງກັບຄືນສູ່ລະດັບການເຕີບໂຕຄືກ່ອນໄລຍະເກີດໂລກລະບາດ. 

ຕອບກັບ

ຂ່າວ/ບົດ​ອື່ນ