ທະນາຄານໂລກໜູນຊ່ວຍການປ່ຽນໃໝ່ດ້ານກະສິກຳແລະການສຶກສາຢູ່ຫວຽດນາມ

ທະນາຄານໂລກໜູນຊ່ວຍການປ່ຽນໃໝ່ດ້ານກະສິກຳແລະການສຶກສາຢູ່ຫວຽດນາມ - ảnh 1
(ພາບປະກອບ)

 (vovworld) - ​​ທະນາຄານ​ໂລກ​ຫາ​ກໍ​ໃຫ້​ອະນຸມັດ​ຜ່ານ 2 ບ້ວງສິນ​ເຊື່ອລວມ​ມູນ​ຄ່າ​ 315 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ແນ​ໃສ່​ໜູ​ນຊ່ວຍ​ແຜນການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ແລະ ປ່ຽນ​ໃໝ່​​ໂຄງການ​ການ​ສຶກສາຊັ້ນ​ມັດ​ທະ​ຍົມ​ຂອງ​ ຫວຽດນາມ. ທ່ານ Chris Jackson ​ນັກ​ຊ່ຽວຊານ​ພັດທະນາ​ຊົນນະບົດ​ຂອງ​ທະນາຄານ​ໂລກ, ຫົວໜ້າ​ກຸ່ມ​ໂຄງການ​ໃຫ້​ຮູ້​ວ່າ: ​ໂຄງການ​ຈະ​ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ໃນ​ການ​ປ່ຽນ​ໃໝ່​ຂະ​ແໜງ​ກະສິກຳ, ​ເປັນ​ຕົ້ນແມ່ນ​ເຂົ້າສານ ​ແລະ ກາ​ເຟ. ຫວຽດ​ນາມ ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ ​ແລະ ກາ​ເຟອັນ​ດັບ​ໜຶ່ງ ​ໃນ​ທົ່ວ​ໂລກ. ​ເພື່ອ​ພັດທະນາ​​ແບບ​ຍືນຍົງ, ຕ້ອງ​ມີ​ການຫັນປ່ຽນ​ສຳ​ລັບ​ວິທີ​ການ​ຜະລິດ ​ແລະ ​ແບບ​ແຜນການ​ຈັດ​ຕັ້ງລະບົບ​ສະໜອງ, ຜ່ານ​ນັ້ນ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຄອບຄົວ​ຊາວ​ກະສິກອນ​ຜະລິດ​ຂະໜາດ​ນ້ອຍ ​ແລະ ນັ້ນກໍ​ແມ່ນ​ຈຸດປະສົງ​ຕົ້ນ​ຕໍ່​ຂອງ​ໂຄງການ​ນີ້.

             ບ້ວງ​ສິນ​ເຊື່ອ​ມີ​ມູນ​ຄ່າ 77 ລ້ານ​ໂດ​ລາ​ສະຫະລັດ ຈະ​ໜູນ​ຊ່ວຍ​ໂຄງການ​ປ່ຽນ​ໃໝ່​ການ​ສຶກສາຊັ້ນ​ມັດ​ທະ​ຍົມ, ນັ້ນ​ແມ່ນ​ໜູນ​ຊ່ວຍ​ຍົກ​ສູງ​ໝາກຜົນ​ການຮຳ່ຮຽນ​ຜ່ານ​ການ​ໜູນ​ຊ່ວຍ​ປ່ຽນ​ໃໝ່ ​ແລະ ຜັນ​ຂະຫຍາຍ​​ໂຄງການ​ສຶກສາຊັ້ນ​ມັດ​ທະ​ຍົມ.

ຂ່າວ/ບົດ​ອື່ນ