ທະ​ຫານ​ພິ​ທັກ​ແຫ່ງ​ຊາດ 15.000 ຄົນ ໄດ້​ຜັນ​ຂະ​ຫຍາຍ​ໃນ​ວັນ​ດຳ​ເນີນ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) -ບັນດານັກວາງແຜນການໄດ້ປະກາດຫົວຂໍ້ຂອງພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງທ່ານປະທານາທິບໍດີຜູ້ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ Joe Biden ແມ່ນ “ປະເທດອາເມລິກາເອກະພາບ” (Amerrica United).



ທະ​ຫານ​ພິ​ທັກ​ແຫ່ງ​ຊາດ 15.000 ຄົນ ໄດ້​ຜັນ​ຂະ​ຫຍາຍ​ໃນ​ວັນ​ດຳ​ເນີນ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ - ảnh 1ທະຫານພິທັກແຫ່ງຊາດ 15.000 ຄົນ ໄດ້ຜັນຂະຫຍາຍໃນວັນດຳເນີນພິທີສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ (ພາບ: Reuters)

ມີທະຫານພິທັກແຫ່ງຊາດເຖິງ 15.000 ຄົນ ອາດຈະໄດ້ຮັບການຜັນຂະຫຍາຍຢູ່ນະຄອນຫຼວງ ວໍຊິງຕັນໃນວັນດຳເນີນພິທີສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາໃນວັນທີ 20 ມັງກອນ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 11 ມັງກອນ, ທ່ານນາຍພົນ Daniel Hokanson ຫົວໜ້າກົມທະຫານພິທັກແຫ່ງຊາດ ອາເມລິກາໃຫ້ຮູ້ວ່າ ທະຫານພິທັກແຫ່ງຊາດ 6 ພັນຄົນໄດ້ມີໜ້າຢູ່ນະຄອນຫຼວງ ວໍຊິງຕັນ ແລະ ຈະເພີ່ມທະຫານພິທັກແຫ່ງຊາດຕື່ມອີກປະມານ 10.000 ນາຍ ໃນທ້າຍອາທິດນີ້. ຕາມທ່ານນາຍພົນ Hokanson ແລ້ວ, ຂໍ້ຕົກລົງກ່ຽວກັບເລື່ອງທະຫານພິທັກແຫ່ງຊາດໄດ້ຮັບການປະກອບອາວຸດເພື່ອປ້ອງກັນຕົວຫຼືບໍ່ ຈະໄດ້ຍົກອອກມາພາຍຫຼັງບັນດາການປຶກສາຫາລືກັບກົມສືບສວນລະຫະລັດ, ຕຳຫຼວດ ແລະ ບັນດາອົງການທີ່ກ່ຽວຂ້ອງ.

ແລະກໍ່ໃນວັນດຽວກັນ, ບັນດານັກວາງແຜນການໄດ້ປະກາດຫົວຂໍ້ຂອງພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງທ່ານປະທານາທິບໍດີຜູ້ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ Joe Biden ແມ່ນ “ປະເທດອາເມລິກາເອກະພາບ” (Amerrica United).

ຕອບກັບ

ຂ່າວ/ບົດ​ອື່ນ