ທະ​ຫານ​ເຮືອ ນິວ​ຊີ​ແລນ ຈະ​ຈັດ​ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ​ໄປ​ຍັງ​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ທະຫານເຮືອຂອງປະເທດນີ້ ຈະຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວພ້ອມກັບກຸ່ມການຮົບກ່ຳປັ່ນບັນທຸກເຮືອບິນ Queen Elizabeth  ຂອງ ອັງກິດ ໃນການເດີນທາງໄປຍັງ 40 ປະເທດໃນພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ, ໃນນັ້ນ ກໍຈະໄປຜ່ານເຂດທະເລຕາເວັນອອກ ແລະ ເຂົ້າຮ່ວມບາງການເຄື່ອນໄຫວການທະຫານໃນປີນີ້.
ທະ​ຫານ​ເຮືອ ນິວ​ຊີ​ແລນ ຈະ​ຈັດ​ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ​ໄປ​ຍັງ​ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານ Peeni Henare ລັດຖະມົນຕີກະຊວງປ້ອງກັນປະເທດ ນິວຊີແລນ (ພາບ: Mark Mitchell)

ໃນແຈ້ງການທີ່ໄດ້ອອກໃນວັນທີ 4 ພຶດສະພາ, ທ່ານ Peeni Henare ລັດຖະມົນຕີກະຊວງປ້ອງກັນປະເທດ ນິວຊີແລນ ໃຫ້ຮູ້ວ່າ ທະຫານເຮືອຂອງປະເທດນີ້ ຈະຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວພ້ອມກັບກຸ່ມການຮົບກ່ຳປັ່ນບັນທຸກເຮືອບິນ Queen Elizabeth  ຂອງ ອັງກິດ ໃນການເດີນທາງໄປຍັງ 40 ປະເທດໃນພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ, ໃນນັ້ນ ກໍຈະໄປຜ່ານເຂດທະເລຕາເວັນອອກ ແລະ ເຂົ້າຮ່ວມບາງການເຄື່ອນໄຫວການທະຫານໃນປີນີ້.

ລະອຽດແມ່ນ, ທະຫານເຮືອ ນິວຊີແລນ ຈະເຂົ້າຮ່ວມການຊ້ອມຮົບກັບທະຫານເຮືອ ອັງກິດ ຢູ່ບໍລິເວນແຫ່ງໜຶ່ງຢູ່ນອກຝັ່ງທະເລ ທາງທິດຕາເວັນອອກຂອງ ມາເລເຊຍ ໃນເດືອນ ຕຸລາ ຈະມາເຖິງ ກັບກຸ່ມ 5 ປະເທດມະຫາອຳນາດປ້ອງກັນຕົວ ເຊິ່ງລວມມີ ອັງກິດ, ອົດສະຕາລີ, ມາເລເຊຍ, ສິງກະໂປ ແລະ ນິວຊີແລນ. ການຊ້ອມຮົບດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສົນທິສັນຍາຂອງກຸ່ມ 5 ປະເທດມະຫາອຳນາດປ້ອງກັນຕົວ ຄົບຮອບ 50 ປີ ແລະ ນິວຊີແລນ ຈະຈັດສົ່ງກ່ຳປັ່ນຂັບໄລ່ ພ້ອມກັບເຮືອບິນ P – 3 Orion  ແລະ ທະຫານ 25 ຄົນ ເຂົ້າຮ່ວມເຫດການດັ່ງກ່າວ.

ຫືວຕ໊ຽນ - ນັກຂ່າວ VOV  ປະຈຳ ອົດສະຕາລີ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ