ທະ​ຫານ​ເຮືອ​ກຸ່ມ 4 ປະ​ເທດ ແລະ ຝ​ລັ່ງ​ ຊ້ອມ​ຮົບ​ຮ່​ວມ​ຢູ່ມະ​ຫາ​ສະ​ມຸດ​ອິນ​ເດຍ

(VOVWORLD) -ທ່ານນາງ Marise Payne ໃຫ້ຮູ້ວ່າ ບັ້ນຜັນຂະຫຍາຍບັນດາກ່ຳປັ່ນທະຫານເຮືອນີ້ ນອນໃນໂຄງການຮ່ວມມືສາກົນໄລຍະຍາວ ແລະ ເຂັ້ມແຂງຂອງກອງທັບ ອົດສະຕາລີ ຕໍ່ກັບພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ.
ທະ​ຫານ​ເຮືອ​ກຸ່ມ 4 ປະ​ເທດ ແລະ ຝ​ລັ່ງ​ ຊ້ອມ​ຮົບ​ຮ່​ວມ​ຢູ່ມະ​ຫາ​ສະ​ມຸດ​ອິນ​ເດຍ - ảnh 1ກ່ຳປັ່ນ HMAS Sirius ແລະ ກ່ຳປັ່ນທະຫານເຮືອ Philippines BRP Emilio Jacintoໃນການຊ້ອມຮົບບົນທະເລ (ພາບ: ກະຊວງປ້ອງກັນປະເທດ ອົດສະຕາລີ)

ໃນຖະແຫຼງການໄດ້ຍົກອອກມາໃນວັນທີ 15 ມີນາ, ທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມທັງແມ່ນຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ  ອົດສະຕາລີ ໃຫ້ຮູ້ວ່າ ກຳປັ່ນສູ້ຮົບຂອງປະເທດນີ້ ຈະເຂົ້າຮ່ວມການຊ້ອມຮົບຮ່ວມຫຼາຍຝ່າຍ La Perouse ໂດຍ ຝລັ່ງນຳໜ້າ ຢູ່ທາງທິດຕາເວັນອອກສ່ຽງເໜືອຂອງ ມະຫາສະມຸດອິນເດຍ. ທ່ານນາງ Marise Payne ໃຫ້ຮູ້ວ່າ ບັ້ນຜັນຂະຫຍາຍບັນດາກ່ຳປັ່ນທະຫານເຮືອນີ້ ນອນໃນໂຄງການຮ່ວມມືສາກົນໄລຍະຍາວ ແລະ ເຂັ້ມແຂງຂອງກອງທັບ ອົດສະຕາລີ ຕໍ່ກັບພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ. ອົດສະຕາລີ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບບັນດາຄູ່ຮ່ວມມື ແລະ ປະເທດບ້ານໃກ້ເຮືອນຄຽງຢ່າງເປັນປະຈຳ ເພື່ອຮັກສາພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ແຫ່ງສັນຕິພາບ, ກວມລວມ, ມີອະທິປະໄຕ, ເດັດດ່ຽວ ແລະ ຮັບປະກັນສິດຜົນປະໂຫຍດຂອງທຸກໆປະເທດ ທີ່ໄດ້ຮັບການເຄົາລົບ

        ຮຶວຕຽນ, ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ