ທະຫານເຮືອມາເລເຊຍຊອກເຫັນຊາກສົບຊາວປະມົງຫວຽດນາມຖືກຫາຍສາບສູນ

ທະຫານເຮືອມາເລເຊຍຊອກເຫັນຊາກສົບຊາວປະມົງຫວຽດນາມຖືກຫາຍສາບສູນ - ảnh 1
ກຳ​ປັ່ນ​ທະ​ຫານ​ເຮືອ​ມາ​ເລ​ເຊຍ
ພາບ:baotintuc

(vovworld)- ​ ​​ວັນ​ທີ 14/8, ບັນ​ດານັກ​ດຳ​ນ້ຳ​ຂອງ​ທະ​ຫານ​ເຮືອ ມາ​ເລ​ເຊຍ ໄດ້​ຊອກ​ເຫັນ ແລະ ​ກູ້​ເອົາ​ຊາກ​ສົບ​ຊາວ​ປະ​ມົງ​ຫວຽດ​ນາມ​ຄົນ​ຫນຶ່ງ ທີ່​ຖືກ​ຫາຍ​ສາບ​ສູນໃນ​ວັນ​ທີ 3/8 ຢູ່​ເຂດ​ທະ​ເລນອກ​ຝັ່ງ Bintulu ລັດ Sarawak. ຫນັງ​ສື​ພິມ “New Straits Times” ໄດ້​ຄັດ​ຄຳ​ເວົ້າຂອງທ່ານ Mohammad Najib Harun, ຜູ້​ບັນ​ຊາ​ການ ຫົວ​ຫນ່ວຍ​ດຳ​ນ້ຳ​ເລກ​ 2 ສັງ​ກັດ​ທະ​ຫານ​ເຮືອ ມາ​ເລ​ເຊຍ ໃຫ້​ຮູ້​ວ່າ: ຊາກ​ສົບ​ຊາວ​ປະ​ມ​ົງ​ໄດ້​ພົບ​ເຫັນ​ໃນ​ສະ​ພາບ​ຖືກ​ຕິດ​ຄ້າງ​ໃນ​ເຮືອ​ຫາ​ປາ​ຢູ່​ຄວາມ​ເລິກ 31 ແມັດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ບັນ​ດາ​ນັກ​ດຳ​ນ້ຳ​ບໍ່​ສາ​ມາດ​ຊອກ​ເຫັນ​ຊາກ​ສົບ​ຊາວ​ປະ​ມົງ​ຫນຶ່ງ​ອີກ​ທີ່​ຖືກ​ຫາຍ​ສາບ​ສູນ​ເມື່ອ​ເຮືອ​ຫາ​ປາ​ດັ່ງ​ກ່າ​ວ​ຖືກ​ຈົ​່ມ​ນ້ຳໃນ​ເວ​ລາ 3 ໂມງ​ເຊົ້າ​ຂອງວັນ​ທີ 3/8. ຊາກ​ສົບ​ຊາວ​ປະ​ມົງ​ຫວຽດ​ນາມ​ດັ່ງ​ກ່າວ​ຖືກ​ສົ່ງ​ເຖິງ​ປ້ອມ​ຕຳ​ຫລວດ​ຢູ່ Bintulu.

ຕອບກັບ

ຂ່າວ/ບົດ​ອື່ນ