ທ່າກຳປັ່ນດາຫລັງເລີ່ມເຮັດວຽກ,ຕ້ອນຮັບກຳປັ່ນທ່ອງທ່ຽວຕ່າງປະເທດລຳທຳອິດຕົ້ນລະດູບານໃຫມ່

ທ່າກຳປັ່ນດາຫລັງເລີ່ມເຮັດວຽກ,ຕ້ອນຮັບກຳປັ່ນທ່ອງທ່ຽວຕ່າງປະເທດລຳທຳອິດຕົ້ນລະດູບານໃຫມ່ - ảnh 1
ທ່າ​ກຳ​ປັ່ນ ດາ​ຫນັງ


(vovworld)-ຕອນ​ເຊົ້າ​ວັນ​ທີ 1/2, ກົງ​ກັບ​ວັນ​ທີ 2 ບຸນ​ເຕັດ​ປີ​ມະ​ເມຍ, ທ່າ​ກຳ​ປັ່ນ ດາ​ຫນັງ ​ໄດ້​ຕ້ອນຮັບ​ກຳ​ປັ່ນ​ຂົນ​ສົ່ງ​ນັກທ່ອງ​ທ່ຽວ​ສາກົນ​ລຳ​ທຳ​ອິດ​ມາ​ຢ້ຽມຢາມ​ນະຄອນ​ໃນ​ຕົ້ນ​ລະ​ດູບານ​ໃຫມ່. ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ນະຄອນ ດາ​ຫນັງ ສົມທົບ​ກັບ​ບໍລິສັດ ​Saigon Tourist ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເກືອບ 800 ຄົນ​ໃນ​ກຳ​ປັ່ນ​ທ່ອງ​ທ່ຽວ Gemini. ນີ້​ແມ່ນ​ກຳ​ປັ່ນ​ທ່ອງ​ທ່ຽວ​ສາກົນ​ລຳ​ທຳ​ອິດ​​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ ຕຽນ​ຊາ ນະຄອນ ດາ​ຫນັງ​ໃນ​ຕົ້ນ​ລະດູບານ​ໃຫມ່​ປີ 2014. ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ,   ພະນັກງານ, ກຳມະກອນ ທ່າກຳ​ປັ່ນ ດາ​ຫນັງ ​ເລີ່​ມ​ເຮັດ​ວຽກ​ຕົ້ນ​ລະດູບານ​ໃຫມ່​ປີ 2014. ທ່ານ ຫງວຽນ​ຊວນ​ຢູງ, ຮອງ​ຜູ້ອຳນວຍການ​ໃຫຍ່ ທ່າ​ກຳ​ປັ່ນ ດາ​ຫນັງ ​ໃຫ້​ຮູ້​ວ່າ:

        “ທ່າ​ກຳ​ປັ່ນ ດາ​ຫນັງ ຕ້ອງ​ວາງ​ແຜນການ​ລະອຽດ ​ເພື່ອ​ຮັບ​ບັນດາ container, ກຳ​ປັ່ນ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​. ພິ​ເສດ ສຳລັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ ດາ​ຫນັງ​ຕົ້ນ​ລະດູບານ​ໃຫມ່​ປີ​ມະ​ເມ​ຍ, ພວກ​ຂ້າພະ​ເຈົ້າ​ໄດ້​ກະກຽມ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ຮັກ​ແພງ​ແຂກ​ຂອງ​ຊາວ​ຫວຽດນາມ​ໃນ​ຊຸມມື້​ຕົ້ນ​ລະດູບານ​ໃຫມ່.”

 

ຂ່າວ/ບົດ​ອື່ນ