ທ່ານ Boris Johnson ຍາດ​ໄດ້​ໄຊ​ຊະ​ນະ​ຢູ່​ການ​ເລືອກ​ຕັ້ງ​​ຜູ້​ນຳ​​ພັກ​ຮັກ​ສາ​ເດີ​ມ​ຮອບ​ທີ 1

(VOVWORLD) - ທ່ານ Johnson ໄດ້ເລີ່ມຕົ້ນການຂົນຂວາຍຫາສຽງເລືອກຕັ້ງເພື່ອສືບທອບຕຳແໜ່ງຂອງທ່ານນາງ Theresa May ດ້ວຍຄຳໝັ້ນສັນຍາວ່າຈະນຳປະເທດ ອັງກິດ ຖອນຕົວອອກຈາກ ສະຫະພາບ ເອີລົບ (EU), ຫຼືເອີ້ນວ່າ Brexit ໃນວັນທີ 31 ເດືອນ ຕຸລາຈະມາເຖິງນີ້, ເຖິງວ່າມີ ຫຼື ບໍ່ມີຂໍ້ຕົກລົງກັບ EUກໍ່ຕາມ.
ທ່ານ Boris Johnson ຍາດ​ໄດ້​ໄຊ​ຊະ​ນະ​ຢູ່​ການ​ເລືອກ​ຕັ້ງ​​ຜູ້​ນຳ​​ພັກ​ຮັກ​ສາ​ເດີ​ມ​ຮອບ​ທີ 1 - ảnh 1ທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດ ອັງກິດ(ພາບ: THX/TTXVN)

        ທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດ ອັງກິດ ໄດ້ນຳໜ້າໃນການເລືອກຕັ້ງຜູ້ນຳພັກຮັກສາເດີມເພື່ອມາປ່ຽນແທນຕຳແໜ່ງຂອງທ່ານນາງ Theresa May ຮອບທີ 1, ກໍ່ມີຄວາມໝາຍວ່າຈະດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອັງກິດຄົນໃໝ່. ລາຍລະອຽດ, ທ່ານ Johnson ຍາດໄດ້ບັດສະໜັບສະໜູນ 114 ບັດ ໃນຈຳນວນ 313 ບັດ ໃນການເລືອກຕັ້ງທີ່ໄດ້ດຳເນີນໃນ ວັນທີ 13 ມິຖຸນາ. ກ່ອນໜ້ານັ້ນ, ທ່ານ Johnson ໄດ້ເລີ່ມຕົ້ນການຂົນຂວາຍຫາສຽງເລືອກຕັ້ງເພື່ອສືບທອບຕຳແໜ່ງຂອງທ່ານນາງ Theresa May ດ້ວຍຄຳໝັ້ນສັນຍາວ່າຈະນຳປະເທດ ອັງກິດ ຖອນຕົວອອກຈາກ ສະຫະພາບ ເອີລົບ (EU), ຫຼືເອີ້ນວ່າ Brexit ໃນວັນທີ 31 ເດືອນ ຕຸລາຈະມາເຖິງນີ້, ເຖິງວ່າມີ ຫຼື ບໍ່ມີຂໍ້ຕົກລົງກັບ EUກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ