ທ່ານ D.Trump ພວມລື່ນຄະແນນຕໍ່ທ່ານນາງ Hillary Clinton

ທ່ານ D.Trump ພວມລື່ນຄະແນນຕໍ່ທ່ານນາງ Hillary Clinton - ảnh 1
ຊ່ອງ​ຫວ່າງ​ລະ​ຫວ່າງ​ທ່ານ Trump ແລະ ທ່ານ​ນາງ Clinton ພວມ​ໄດ້​ຮັບ​ການ​ຮັກ​ສາ
(ພາບ: US/VOV)

(vovworld) –  ຮອ​ດ​ເວ​ລາ 9 ໂມງ 50 ນາ​ທີ ຂອງວັນ​ທີ 9/11 (ຕາມ​ເວ​ລາ ຫວຽດ​ນາມ), ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສາ​ທາ​ລະ​ນະ Donald Trump ສືບ​ຕໍ​​ລືນ​ຄ​ະ​ແນນ​ຕໍ່​ຄູ່​ແຂ່ງ​ ​ທ່ານ​ນາງ Hillary Clinton, ສັງ​ກັດພັກ​ປະ​ຊາ​ທິ​ປະ​ໄຕ ກ່ຽວ​ກັບ​ອັດ​ຕາ ຜູ້​ຕາງ​ໜ້າ​ບັນ​ດາ​ຜູ​້ມີ​ສິດ​ເລືອກ​ຕັ້ງ ດ້ວຍ​ອັດ​ຕາ 150 – 109. ​ເປັນ​ອັນ​ວ່າ, ຮອ​ດ​ຈຸ​ດ​ເວ​ລານີ້, ທ່ານ Donald Trump ຍາ​ດ​ໄດ້​ຈຳ​ນວນ​ບັດ​ຂອງ ຜູ້​ຕາງ​ໜ້າ​ບັນ​ດາ​ຜູ​້ມີ​ສິດ​ເລືອກ​ຕັ້ງຢູ່ 16 ລັດ, ໃນ​ຂະ​ນະ​ທີ່​ທ່ານ​ນາງ Hillary Clinton ຍາດ​ໄດ້​ໄຊ​ຊະ​ນະ​ຢູ່ 9 ລັດ ພ້ອມ​ກັບ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ. ໃນ​ຂະ​ນະ​ນັ້ນ, ຜົນ​ຂອງ​ການ​ນັບ​ບັດ 76,3% ຢູ່​ລັດ Forida ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Donald Trump ນຳ​ໜ້າ​ດ້ວຍ​ອັດ​ຕາ​ບັດ​ສະ​ໜັບ​ສະ​ໜູນ​ທີ່​ວຸດ​ວິດ​ແມ່ນ 49,7% ​ຕໍ່ 47,8%. ການ​ແຂ່ງ​ຂັນ​ຢູ່​ບັນ​ດາ​ລັດ​ອື່ນ​ແມ່ນ Carolina ເໜືອ, ທ່ານ​ນາງ  Clinton ພວມ​ນຳ​ໜ​້າ​ຕໍ່​ທ່ານ Trump ດ້ວຍ​ອັດ​ຕາບັດ​ສະ​ໜັບ​ສະ​ໜູນ 49,6% - 47,9%. Florida ແລະ Carolina ເໜືອ ເປັນ​ລັດ​ສຳ​ຄັນ​ໃນ​ການ​ເລືອກ​ຕັ້ງ​ປີນີ້.


ຂ່າວ/ບົດ​ອື່ນ