ທ່ານ Kofi Annan ແລະ ປະທານາທິບໍດີ ຊີຣີ ເປັນເອກະພາບກັນໃນການ ແກ້ໄຂການປະທະກັນ

ທ່ານ Kofi Annan ແລະ ປະທານາທິບໍດີ ຊີຣີ ເປັນເອກະພາບກັນໃນການ ແກ້ໄຂການປະທະກັນ - ảnh 1
ທ່ານ Kofi Annan ເຈລະຈາກັບ ທ່ານ Bashar al Assad
(ພາບ:REUTERS)

(vovworld) – ທູດ​ພິ​ເສດ​ກ່ຽວ​ກັບ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ​ໃຫ້​ຮູ້​ວ່າ: ທ່ານ​ໄດ້​ມີ​ການ​ເຈ​ລະ​ຈາ “ທີ່​ມີ​ລັກສະນະ​ສ້າງສັນ ​ແລະ ກົງ​ໄປ​ກົງ​ມາ” ກັບ​ທ່ານ​ປະທານາທິບໍດີ ຊີຣີ Bashar al Assad ຢູ່​ນະຄອນຫຼວງ Damas ​ໃນ​ວັນ​ທີ 9/7. ກ່າວ​ຄຳ​ເຫັນ​ກັບ​ບັນດາ​ນັກ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ດັ່ງກ່າວ, ທ່ານ​ທູດ​ພິ​ເສດ Annan ​ໃຫ້​ຮູ້​ວ່າ: ທ່ານ ​ແລະ ທ່ານ​ປະທານາທິບໍດີ al Assad  ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ, ກໍ​ຄື​ບັນດາ​ວິທີ​ ​ແລະ ມາດ​ຕະການ​ປະຕິບັດ​ສິ່ງ​ດັ່ງກ່າວ. ທ່ານ​ໄດ້​ຊີ້​ແຈ້ງວ່າ: ທ່ານ​ໄດ້​ເປັນ​ເອກະ​ພາບ​ກັນ​ກັບ​ການ​ນຳ ຊີຣີ ກ່ຽວ​ກັບ​ວິທີ​ສຳ​ພັດ​ການ​ເມືອງ​ໃໝ່​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ຊີຣີ ​ແລະ ຈະ​ນຳ​ສະ​ເໜີ​ບັນຫານີ້​ກັບ​ຝ່າຍ​ຄ້ານ. ທ່ານ Annan ​ໃຫ້​ຮູ້​ວ່າ: ພາຍຫຼັງ​ອອກ​ຈາກ ຊີຣີ, ທ່ານ​ຈະ​ສືບ​ຕໍ່​ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ປະທານາທິບໍດີ al Assad  ​ແລະ ຈະ​ກະຕຸກ​ຊຸກ​ຍູ້​ລັດຖະບານ ຊີຣີ ​ແລະ ບັນດາ​ຝ່າຍ​ຄ້ານ​ມີ​ຜົນ​ສະທ້ອນ​ຢູ່​ປະ​ເທດ​ນີ້​ສະໜັບສະໜູນ​ການ​ໂອ້​ລົມ​ສົນທະນາ​ນັ້ນ.

 

 



ຂ່າວ/ບົດ​ອື່ນ