ທ່ານ Kofi Annnan ຮຽກຮ້ອງໃຫ້ຝ່າຍຕ່າງໆຢູ່ ຊີຣີ ຈົ່ງຢຸດຕິການໃຊ້ຄວາມຮຸນແຮງ

ທ່ານ Kofi Annnan ຮຽກຮ້ອງໃຫ້ຝ່າຍຕ່າງໆຢູ່ ຊີຣີ ຈົ່ງຢຸດຕິການໃຊ້ຄວາມຮຸນແຮງ - ảnh 1
ສະພາບການຢູ່ ຊີຣີ
(ພາບ:diendankienthuc.net)

( vovworld ) –  ​​ວັນ​ທີ 22/4, ທ່ານ ​ Kofi Annnan ທູດ​ພິ​ເສດລວມກ່ຽວ​ກັບຊີຣີ ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ​ໄດ້​ຮຽກຮ້ອງ​ອີກ​ເທື່ອ 1 ​ໃຫ້​ອຳນາດ​ການ​ປົກຄອງ ຊີຣີ ກໍ​ຄື​ກຳລັງ​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ຕ້ອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໂດຍ​ໄວ ​ແລະ ບໍ່​ນຳ​ໃຊ້​ບັນດາ​ອາວຸດ​ໜັກ. ທ່ານ Annnan​ ເນັ້ນໜັກ​ວ່າ ຝ່າຍ​ຕ່າງໆ​ຕ້ອງ​ວາງ​ອາວຸດ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ນັກ​ສັງ​ເກດ​ການ ສະຫະ​ປະຊາ​ຊາດ  ​ເພື່ອ​ປັບປຸງ​ສັນຍາຢຸດ​ຍິງ​ທີ່​ບໍ່​ແນ່ນອນ​ໃນ​ປະຈຸ​ບັນ. ​ໃນ​ຖະ​ແຫຼ​ງການ​ສະບັບ 1, ທ່ານ Annnan ​​ໃຫ້​ຄຳ​ຕັກ​ເຕືອນ​​ເປັນ​ພິ​ເສດວ່າ ລັດຖະບານ​ຊີຣີ ຕ້ອງຢຸດ​ການ​ນຳ​ໃຊ້​ອາວຸດ​ໜັກ ​ແລະ ຖອນ​ບັນດາ​ກົມ​ກອງ​ປະກອບ​ອາວຸດ​ ອອກ​ຈາກ​​ເຂດ​ຊຸມ​ຊົນ, ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ໃນ​ແຜນການ​ສັນຕິພາບ 6 ຂໍ້. ທ່ານ ​Annnan ໄດ້ຊົມ​ເຊີຍ​ແຜນການ​ຂອງ​ສະພາ​ຄວາມໝັ້ນຄົງ ສະຫະ​ຫະຊາ​ຊາດ  ທີ່​ໄດ້ຜົນ​ຂະຫຍາຍ​ນັກ​ສັງ​ເກດ​ການ​ຕື່ມ​ອີກ 300 ທ່ານ ຢູ່ ຊີຣີ, ຖື​ວ່າ ນີ້​ແມ່ນ​ການ​ກະທຳ​ເປັນ​ຂີດ​ໝາຍ​ແຫ່ງ ຈຸດ​ວລາ​ຕັດສິນ​ຄວາມ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ນີ້.

 

 

ຂ່າວ/ບົດ​ອື່ນ