ທ່ານ Mahathir Mohamad ສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີມາເລເຊຍ

(VOVWORLD) -ໃນເວລາ 21 ໂມງ 30 ນາທີ ຂອງວັນທີ 10 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ Mahathir Mohamad, ອາຍຸ 92 ປີ ໄດ້ສາບານຕົວຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີມາເລເຊຍ ອາຍຸການໃໝ່.

ທ່ານ Mahathir Mohamad ສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີມາເລເຊຍ - ảnh 1 ທ່ານ Mahathir Mohamad, ອາຍຸ 92 ປີ ໄດ້ສາບານຕົວຮັບດຳລົງຕຳແໜ່ງ

ເປັນນາຍົກລັດຖະມົນຕີມາເລເຊຍ ອາຍຸການໃໝ່

(ພາບ: AFP)

ພິທີສາບານຕົວຮັບດຳລົງຕຳແໜ່ງໂດຍພະບາດສົມເດັດ Muhammad V ເປັນເຈົ້າພາບ.

        ທ່ານ Mahathir Mohamad ແມ່ນຜູ້ມີອາຍຸສູງກວ່າໝູ່ທີ່ສາບານຕົວຮັບດຳລົງຕຳແໜ່ງເປັນຜູ້ນຳໜ້າລັດຖະບານຢູ່ໃນໂລກ.

        ເນື່ອງໃນໂອກາດທີ່ທ່ານ Mahathir Mohamad ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີມາເລເຊຍ, ວັນທີ 10 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ Mahathir Mohamad.

        ພາຍຫຼັງທີ່ມາເລເຊຍ ປະກາດໝາກຜົນການເລືອກຕັ້ງສະພາຕ່ຳ ທີ່ຫາກໍ່ດຳເນີນຢູ່ປະເທດນີ້, ບັນດາປະເທດອາເມລິກາ, ອັງກິດ, ສິງກະໂປ ໄດ້ອວຍພອນປະຊາຊົນມາເລເຊຍ, ພ້ອມທັງສະແດງໃຫ້ເຫັນຄວາມປາດຖະໜາຢາກຮ່ວມມືກັບລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີ Mahathir Mohamad.

ຕອບກັບ

ຂ່າວ/ບົດ​ອື່ນ