ທ່ານ Muhyiddin Yassin ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີມາເລເຊຍ

(VOVWORLD) -ທ່ານ Muhyiddin Yassin, ປະທານຝ່າຍບໍລິຫານພັກ Bersatu ຂອງ ມາເລເຊຍ ໄດ້ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຜູ້ທີ 8 ຂອງມາເລເຊຍ.

ທ່ານ Muhyiddin Yassin ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີມາເລເຊຍ - ảnh 1ທ່ານ Muhyiddin Yassin ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ມາເລເຊຍ

(ພາບ: TTXVN)

ຕອນບ່າຍວັນທີ 01 ມີນາ, ທ່ານ Muhyiddin Yassin, ປະທານຝ່າຍບໍລິຫານພັກ Bersatu ຂອງ ມາເລເຊຍ ໄດ້ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຜູ້ທີ 8 ຂອງມາເລເຊຍ. ກ່ອນໜ້ານັ້ນ, ກະສັດມາເລເຊຍ ໄດ້ແຕ່ງຕັ້ງທ່ານ Muhyiddin Yassin ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ອີງຕາມລັດຖະທຳມະນູນ.

          ໃນຂະນະນັ້ນ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Mahathir Mohamad, ຜູ້ສະໝັກຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງສຳພັນທະມິດຄວາມຫວັງ (PH) ໃຫ້ຮູ້ວ່າ, PH ຈະຊອກຫາວິທີຮຽກຮ້ອງໃຫ້ສະພາຕ່ຳມາເລເຊຍ ຈັດກອງປະຊຸມດ່ວນເພື່ອຢັ້ງຢືນວ່າ ຜູ້ໃດຈິ່ງແມ່ນຜູ້ສະໝັກເລືອກຕັ້ງຖືກຕາມກົດໝາຍ. ຕາມທ່ານອະດີດນາຍົກລັດຖະມົນຕີ Mahathir Mohamad ແລ້ວ, ທ່ານ Muhyiddin Yassin ບໍ່ແມ່ນນາຍົກລັດຖະມົນຕີ “ຖືກຕ້ອງຕາມກົດໝາຍ” ຍ້ອນບໍ່ມີການສະໜັບສະໜູນທີ່ຈຳເປັນຈາກບັນດາສະມາຊິກລັດຖະສະພາ. ໃນຕອນຄ່ຳວັນທີ 29 ກຸມພາ, PH ຖະແຫຼງວ່າ ຍາດໄດ້ການສະໜັບສະໜູນຈາກ 114/222 ສະມາຊິກລັດຖະສະພາ ສະເໜີໃຫ້ທ່ານ Mahathir Mohamad ດຳລົງຕຳແໜ່ງນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ