( vovworld ) – ວັນທີ 31/5, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກອາຊີຕາເວັນອອກປີ 2012 ຢູ່ບາງກອກປະເທດໄທ, ຕາມຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີລາຊະອານາຈັກໄທ ຍິ່ງຮັກ ຊີນນະວັດ ແລະ ທ່ານປະທານເວທີປາໄສເສດຖະກິດໂລກ Klaus Schwab. ຫົວຂໍ້ຂອງເວທີປາໄສເສດຖະກິດໂລກອາຊີຕາເວັນອອກປີນີ້ແມ່ນ: “ກຳນົດທິດໃຫ້ແກ່ອະນາຄົດຂອງພາກພື້ນຜ່ານການເຊື່ອມຕໍ່“. ກອງປະຊຸມຈະສຸມໃສ່ປຶກສາຫາລື 3 ເນື້ອໃນຕົ້ນຕໍ: ບົດບາດຂອງບັນດາພື້ນຖານເສດຖະກິດເຕີບໂຕສູງຂອງອາຊຽນ ໃນການສ້າງແງ່ຫວັງເສດຖະກິດທົ່ວໂລກ ແລະ ພາກພື້ນໃຫ້ສົມດູນຄືນໃໝ່; ບົດບາດຂອງລັດຖະບານ ແລະ ອົງການຈັດຕັ້ງຕ່າງໆໃນການສະເໜີ, ຜັນຂະຫຍາຍບັນດານະໂຍບາຍການເງິນຢ່າງມີປະສິດທິຜົນ ເພື່ອແນໃສ່ຄວບຄຸມໄພເງິນເຟີ້, ທຶນໝູນວຽນ, ການເໜັງຕິງຂອງລາຄາສິນຄ້າ ແລະ ການເຕີບໂຕດຸນດຽງ. ເວທີປາໄສເສດຖະກິດໂລກອາຊີຕາເວັນອອກແມ່ນ 1 ໃນບັນດາເວທີປາໄສທົ່ວໂລກທີ່ມີອິດທິພົນຊື່ສຽງ, ດຶງດູດການເຂົ້າຮ່ວມຂອງການນຳປະເທດໃຫ່ຍ ແລະ ບັນດາອົງການຈັດຕັ້ງສາກົນ ກໍຄືບັນດາກຸ່ມບໍລິສັດ, ບໍລິສັດອັນດັບ 1 ໃນໂລກເກືອບທັງໝົດ.