ທ່ານ Nicolas Maduro ໄດ້ຮັບການເລືອກຕັ້ງ ເປັນປະທານາທິບໍດີ ເວນຊູເອລາ

ທ່ານ Nicolas Maduro ໄດ້ຮັບການເລືອກຕັ້ງ ເປັນປະທານາທິບໍດີ ເວນຊູເອລາ - ảnh 1

ທ່ານ Nicolas Maduro  ໄດ້​ຮັບເລືອກ​ຕັ້ງ​

ເປັນປະທານາທິບໍດີ ເວ​ເນ​ຊູ​ເອລາ ຄົນໃໝ່

(ພາບ: reuters.com)

(vovworld)- ​ສະພາ​ເລືອກ​ຕັ້ງ​ແຫ່ງຊາດເວ​ເນ​ຊູ​ເອລາ ປະກາດ​ວ່າ: ທ່ານ Nicolas Maduro  ຜູ້ຮັກສາ​ການ​ປະທານາທິບໍດີ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກ​ສັງຄົມ​ນິຍົມ​ເອກະ​ພາບເວ​ເນ​ຊູ​ເອລາ ຍາດ​ໄດ້​ໄຊຊະນະ​ຕໍ່​ທ່ານ Henrique Capriles  ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຂອງພັນທະ​ມິດ​ຝ່າຍ​ຄ້ານ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 14/4 ​ເພື່ອ​ກາຍ​ເປັນ​ປະທານ​ນາ​ທິບໍດີເວ​ເນ​ຊູ​ເອລາ ຄົນ​ໃໝ່. ດ້ວຍ​ 99,12% ຈຳນວດ​ບັດ​​ໄດ້​ກວດ​ນັ້ນ, ທ່ານ Nicolas Maduro ຍາດ​ໄດ້ 50,66% ບັດ​ສະໜັບສະໜູນ, ​ໃນ​ຂະນະ​ທີ່​ທ່ານ Henrique Capriles  ຄູ່​ແຂ່ງ​ຂອງ​ທ່ານຍາດ​ໄດ້ພຽງ 49,07% ​ເທົ່າ​ນັ້ນ. ​ໃນ​ບັ້ນຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ທ່ານ Nicolas Maduro ​ໃຫ້​ຄຳໝັ້ນສັນຍາ​ວ່າ​ຈະ​ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ກັບ​ແນວທາງ​ຝ່າ​ຍຊ້າຍ​ຢ່າງ​ເດັດຂາດ, ທ່ານ​ຈະ​ສື​ບຕໍ່​​ເປີດ​ກ້ວາງ​ບັນດາ​ລາຍການ​ສັງຄົມ​ເພື່ອ​ຄົນ​ທຸກ​ຍາກ​ຊື່​ງ​ໄດ້​ຮັບ​ການຜັນ​ຂະຫຍາຍ​ໃນ 10 ປີຜ່ານມາ. ທ່ານ​ຍັງ​ໃຫ້​ຄຳໝັ້ນສັນຍາ​ຈະຍູ້​ແຮງ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ​ແກ້​ໄຂ​ສະພາບ​ຂາດ​ຄວາມ​ສະຫງົບ​ປອດ​ໄພ….. ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຈະ​ແຈ້ງ ​ໂດຍ​ມີ​ການ​ຕິດຕາມ​ກວດກາ​ຂອງ​ນັກ​ສັງ​ເກດ​ການ​ພາຍ​ໃນ ກ່ວາ 3400 ທ່ານ​ ແລະ ນັກ​ສັງ​ເກດ​ການຕ່າງປະ​ເທດ 240 ທ່ານ.

​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ Nicolas Maduro ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ສ.Boliva ເວ​ເນ​ຊູ​ເອລາ ອາຍຸ​ການ 2013 – 2019, ວັນ​ທີ 15/04, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ, ທ່າ​ນປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສ່ົງສານ​ຊົມ​ເຊີຍ ​ເຖິງ​ທ່ານ​ປະທານາທິບໍດີ​ຄົນ​ໃໝ່ Nicolas Maduro. ​ໃນ​ສານ​ມີ​ຕອນ​ຂຽນ​ວ່າ, ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​ໄດ​້ສະ​​ແດງ​ຄວາມ​ປາດ​ຖະໜາຢາກ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ​ ​ແລະ ເວ​ເນ​ຊູ​ເອລາ ​ເລິກ​ເຊິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ