ທ່ານ Putin ແລະ ທ່ານ Medvedev ແລກປ່ຽນກ່ຽວກັບແງ່ຫວັງ ເສດຖະກິດລັດເຊຍ

ທ່ານ Putin ແລະ ທ່ານ Medvedev ແລກປ່ຽນກ່ຽວກັບແງ່ຫວັງ ເສດຖະກິດລັດເຊຍ - ảnh 1

ທ່ານ Putin ​ເຮັດ​ວຽກ​ກັບ​ທ່ານ Medvedev

(ພາບ:RIA)

(vovworld)- “ລັດ​ເຊຍ ຈະ​ຈັດການ​ປະຊຸມ​ພິ​ເສດ​ດ້ວຍການ​ເຂົ້າຮ່ວມ​ຂອງບັນດາ​ສະມາຊິກ​ລັກ​ຖະບານ, ກຸ່ມ​ບໍລິຫານ​ຂອງ​ວັງ ​ແກຼມລິນ ​ແລະ ຜູ້​ຊ່ຽວຊານ​ເປັນ​ຈຳນວນ​ຫຼວງ​ຫຼາຍ“ ​ນີ້ແມ່ນ​ຂໍ້​ຕົກລົງ​ທີ່​ຍົກ​ອອກ​ມາ​ເມື່ອ​ວັນ​ທີ 15/4 ​ໃນ​ການ​ພົບ​ປະລະ​ຫວ່າງ​ປະທານາທິບໍດີລັດ​ເຊຍ Putin ​ແລະ ນາຍົກລັດຖະມົນຕີລັດ​ເຊຍ Medvedev ​ເພື່ອ​ແລກປ່ຽນ​ກ່ຽວ​ກັບແງ່​ຫວັງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ການ​ນຳ​ສອງ​ທ່ານ​ລ້ວນ​ແຕ່​​ຢືນຢັນ​ວ່າ ຕ້ອງ​ດຳ​ເນີນ​ບັນດາມາດ​ຕະການ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ໂລກ​ທີ່​ສັບສົນ​ຄື​ປະຈຸ​ບັນ. ປະທານາທິບໍດີລັດ​ເຊຍ Putin ​ໃຫ້​ຮູ້​ວ່າ:

   “ຕອ້ງຍອມຮັບ​ວ່າ, ພາຍຫຼັງ​ເກີດ​ວິ​ກິດ​ການ, ບັນດາ​ຮູບ​ການເສດຖະກິດ​ໂລກມີ​ຄວາມ​ອັນຕະລາຍ​ກ່ວາ. ​ແນ່ນອນ​ວ່າ​ສິ່ງ​ດັ່ງກ່າວ​ຈະ​ກະທົບ​ເຖິງ​ລັດ​ເຊຍ ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພື້ນຖານ​ເສດຖະກິດ​ລັດ​ເຊຍ​ ຍັງ​ມີ​ຄວາມສາມາດ​ສືບ​ຕໍ່​ພັດທະນາ​ໄດ້

    ທ່ານນາຍົກລັດຖະມົນຕີລັດ​ເຊຍ Medvedev ກໍ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ຂໍ້​ໃຫ້​ສັງ​ເກດ​ດັ່ງກ່າວ ​ແລະ ຢືນຢັນ​ຕື່ມ​ອີກ​ວ່າ:

   “ການ​ພັດທະນາ​ຂອງ​ພື້ນຖານ​​ເສດຖະກິດ​ໂລກ, ພື້ນຖານ​ເສດຖະກິດ​ເອີ​ລົບ ຈະ​ສົ່ງຜົນ​ສະທ້ອນ​​ເຖິງການ​ພັດທະນາ​ເສດຖະກິດ​ລັດ​ເຊຍ, ລັດ​ເຊຍ​ ຕ້ອງ​ມີ​ບັນດາ​ລັດຖະນະ​ໂຍບາຍ​ຢ່າງແຮງ​ດ້ານ​ງົບປະມານ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ມີ​ງົບປະມານ​ເຄື່ອນ​ໄຫວ​ໃນ​ປີ​ນີ້“.

ຂ່າວ/ບົດ​ອື່ນ