ທ່ານ Recep Tayyip Erdogan ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ ອາ​ຍຸ​ການ​ທີ 3

(VOVWORLD) - ວັນທີ 3 ມິຖຸນາ, ທ່ານ Recep Tayyip Erdogan ໄດ້ສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ ຕວັກກີ ອາຍຸການ 5 ປີ ຕໍ່ໄປ. ນີ້ແມ່ນອາຍຸການປະທານາທິບໍດີທີ 3 ຂອງທ່ານ.
ທ່ານ Recep Tayyip Erdogan ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ ອາ​ຍຸ​ການ​ທີ 3 - ảnh 1ທ່ານປະທານາທິບໍດີ ຕວັກກີ Erdogan (ພາບ: Time)

ກ່າວຄຳເຫັນທີ່ພິທີຮັບດຳລົງຕຳແໜ່ງຢູ່ສະພາແຫ່ງຊາດ, ທ່ານ Recep Tayyip Erdogan ໃຫ້ຄຳໝັ້ນສັນຍາປ້ອງກັນຄວາມຄົງຕົວ ແລະ ເອກະລາດຂອງປະເທດ, ປະຕິບັດລັດຖະທຳມະນຸນ, ອຳນາດນິຕິບັນຍັດ, ປະຊາທິປະໄຕ, ຫຼັກການຕ່າງໆ ແລະ ການປະຕິຮູບຂອງຜູ້ກໍ່ຕັ້ງປະເທດ ແລະ ກໍເປັນປະທານາທິບໍດີຄົນທຳອິດຂອງ ຕວັກກີ ທ່ານ Mustafa Kemal Ataturk. ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ຕວັກກີ ໄດ້ແຕ່ງຕັ້ງລັດຖະບານໃໝ່.

         ກໍໃນວັນທີ 3 ມິຖຸນາ, ທ່ານປະທານາທິບໍດີ Recep Tayyip Erdogan ໃຫ້ຄຳໝັ້ນສັນຍາສ້າງລັດຖະທຳມະນູນໃໝ່ບົນເນື້ອໃນຈິດໃຈ “ລັດຖະທຳມະນຸນອິດສະຫຼະພາບ, ພົນລະເຮືອນ ແລະ ຮອບດ້ານ” ເພື່ອແນໃສ່ປັບປຸງພື້ນຖານປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ