ການຕ່າງປະເທດຂອງ ສະພາແຫ່ງຊາດ ຫວຽດນາມ ໃນສັງກາດບຸກບືນຂອງຊາດ

(VOVWORLD) - ນີ້ແມ່ນຫົວຂໍ້ບົດຂຽນຂອງ ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ.
ການຕ່າງປະເທດຂອງ ສະພາແຫ່ງຊາດ ຫວຽດນາມ ໃນສັງກາດບຸກບືນຂອງຊາດ - ảnh 1 ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ
(ພາບ: ສະພາແຫ່ງຊາດ)

ບົດຂຽນຊີ້ແຈ້ງວ່າ ໃນຕະຫຼອດໄລຍະປະຫວັດສາດ 80 ປີຂອງສະພາແຫ່ງຊາດ ຫວຽດນາມ (1946 – 2026) ການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ໄດ້ກາຍເປັນຊ່ອງການທູດສຳຄັນ, ພ້ອມກັບການທູດພັກ, ລັດ ແລະ ການທູດປະຊາຊົນ.

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ກອງປະຊຸມໃຫຍ່ໃກ້ຈະຈັດຂຶ້ນນີ້ ແມ່ນຂີດໝາຍມີຄວາມໝາຍສຳຄັນພິເສດສຳລັບເສັ້ນທາງແຫ່ງການພັດທະນາຂອງ ຫວຽດນາມ ໃນໄລຍະໃໝ່. ສະນັ້ນ, ການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຈະສືບຕໍ່ເສີມຂະຫຍາຍບົດບາດແມ່ນປັດໄຈສຳຄັນຂອງພື້ນຖານກນທູດຮອບດ້ານ, ທັນສະໄໝ; ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ເຂົ້າຮ່ວມບັນດາກົນໄກລັດຖະສະພາ 2 ຝ່າຍຢ່າງແຮງກວ່າ; ພ້ອມກັນນັ້ນ ກໍ່ຍົກສູງຄຸນນະພາບການສ້າງກົດໝາຍ, ໃຫ້ສັດຕະຍາບັນ ແລະ ຕິດຕາມການປະຕິບັດບັນດາສັນຍາສາກົນ, ຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດແຫ່ງຊາດ, ຂອງຊາດ ກັບຄຳໝັ້ນສັນຍາສາກົນ.

ມາຮອດປະຈຸບັນ, ສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບກວ່າ 140 ລັດຖະສະພາ, ສະພາແຫ່ງຊາດ; ສ້າງຕັ້ງກວ່າ 50 ກຸ່ມສະມາຊິກລັດຖະສະພາກັບສະພາແຫ່ງຊາດບັນດາປະເທດ, ຜັນຂະຫຍາຍການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ