ທ່ານ Vladimir Putin ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ອີກສະໄໝໜຶ່ງ

(VOVWORLD) - ສິ້ນສຸດການເລືອກຕັ້ງໃນວັນທີ 18 ມີນາ, ປະຊາຊົນສະຫະພັນ ລັດເຊຍ ໄດ້ເລືອກຕັ້ງປະທານາທິບໍດີຄົນໃໝ່ໃຫ້ປະເທດຂອງຕົນ, ນັ້ນແມ່ນທ່ານປະທານາທິບໍດີ Vladimir Putin.

ບໍ່ແມ່ນເລື່ອງແປກໃຈສຳລັບໝາກຜົນດັ່ງກ່າວ ແຕ່ມີຄວາມໝາຍທີ່ສຸດ ຍ້ອນຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງຈາກປະຊາຊົນທີ່ສືບຕໍ່ສະໜັບສະໜູນທ່ານ Vladimir Putin.

        ຕາມໝາກຜົນໃນເບື້ອງຕົ້ນ, ໂດຍຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ປະກາດ, ພາຍຫລັງຈຳນວນບັດເລືອກຕັ້ງໄດ້ນັບແມ່ນກ່ວາ 90%, ທ່ານປະທານາທິບໍດີ Vladimir Putin ສືບຕໍ່ນຳໜ້າດ້ວຍບັດສະໜັບສະໜູນກ່ວາ 76%. ຢືນອັນດັບທີ 2 ແມ່ນຜູ້ ສະໝັກຮັບເລືອກຕັ້ງທ່ານ Paven Grudinin ຂອງພັກກອມມູນິດສະຫະພັນ ລັດເຊຍ ດ້ວຍບັດສະໜັບສະໜູນກ່ວາ 12%. ຜູ້ສະໝັກຮັບເລືອກຕັ້ງທ່ານ Vladimir Zhirinovsky ຂອງພັກປະຊາທິປະໄຕເສລີ ລັດເຊຍ ຢືນອັນດັບທີ 3 ດ້ວຍບັດສະໜັບສະໜູນກ່ວາ 5%.

ຕອບກັບ

ຂ່າວ/ບົດ​ອື່ນ