ທ່ານ ຫງວຽນ​ວັນ​ເຢົ່າ ຫົ​ວ​ໜ້າ​ກຳມາ​ທິ​ການ ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ສະ​ພາ ນອກ​ແວ​

(VOVWORLD) -ວັນທີ 27 ສິງຫາ, ຢູ່ບາງກອກ, ໄທ, ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Elin Agdestein ຫົວໜ້າຄະນະຜູ້ແທນລັດຖະສະພາ ນອກແວ ໃນໂອກາດໄປເຂົ້າຮ່ວມ  ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (AIPA 40).
ທ່ານ ຫງວຽນ​ວັນ​ເຢົ່າ ຫົ​ວ​ໜ້າ​ກຳມາ​ທິ​ການ ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ສະ​ພາ ນອກ​ແວ​ - ảnh 1

ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານນາງ Elin Agdestein ຫົວໜ້າຄະນະຜູ້ແທນລັດຖະສະພາ ນອກແວ

ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ 2 ຝ່າຍ, ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດເຊື່ອໝັ້ນວ່າ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - EU (EVFTA) ທີ່ໄດ້ຮັບການໃຫ້ສັດຕະຍາບັນແລະ ນຳເຂົ້າປະຕິບັດນັ້ນຈະເປີດອອກບັນດາກາລະໂອກາດໃນການດຳເນີນທຸລະກິດໃໝ່ໃຫ້ແກ່ປະຊາຄົມວິສາຫະກິດສອງຝ່າຍ. ພ້ອມທັງປະກອບສ່ວນຊຸກຍູ້ວິສາຫະກິດ ນອກແວ ມາລົງທຶນເຂົ້າ ຫວຽດນາມໃນບັນດາຂົງເຂດຄື: ການຂົນສົ່ງທາງທະເລ, ນ້ຳມັນອາຍແກັດ, ຕໍ່ກ່ຳປັ່ນ, ພະລັງງານຜະລິດຄືນໃໝ່… ທີ່ການແລກປ່ຽນ, ທ່ານ ຫງວຽນວັນເຢົ່າກໍ່ສະແດງຄວາມປາດຖະໜາຢາກໃຫ້ ນອກແວ ສະໜັບສະໜູນຫຼັກໝັ້ນອັນຊອບທຳຂອງ ຫວຽດນາມ ແລະ ອາຊຽນ ໃນການແກ້ໄຂບັນດາຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ດ້ວຍຖານະແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ທ່ານນາງ Elin Agdestein ເນັ້ນໜັກວ່າ: ລັດຖະສະພານອກແວ ກໍ່ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະສົ່ງຄະນະຜູ້ແທນມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 41  ເຊິ່ງຈະໄດ້ຈັດຕັ້ງຢູ່ ຫວຽດນາມ. ພ້ອມທັງຖືວ່າ ຄວາມສາມາດບົ່ມຊ້ອນໃນການພັດທະນາການຮ່ວມມືລະຫວ່າງ ສອງປະເທດຍັງໃຫຍ່ຫຼວງຢູ່, ຫົວໜ້າຄະນະຜູ້ແທນລັດຖະສະພາ ນອກແວ ກໍ່ສະເໜີໃຫ້ມີບັນດາການພົບປະກັບຝ່າຍ ຫວຽດນາມ ຢູ່ນອກ ກອງປະຊຸມສະມັດຊາໃຫຍ່ AIPA 41 ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາໃນການຮ່ວມມືລະຫວ່າງສອງປະເທດຢ່າງລະອຽດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງ Elin Agdestein ໄດ້ຊີ້ແຈ້ງວ່າ  ນອກແວ ເຫັນດີ ແລະ ສະໜັບສະໜູນທັດສະນະຂອງ ຫວຽດນາມ ໃນເລື່ອງບັນດາປະເທດຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ເຄົາລົບອະທິປະໄຕຢູ່ທະເລຂອງບັນດາປະເທດ

ຕອບກັບ

ຂ່າວ/ບົດ​ອື່ນ