ທ່ານ ອວງຈຸລິວ ຮອງປະທານ ສະພາແຫ່ງຊາດ ຫວຽນາມ ຕ້ອມຮັບກຸ່ມສະມາຊິກລັດຖະສະພາ ມິດຕະພາບ ແບນຊິກ - ຫວຽດນາມ

(VOVWORLD) -ຫວຽດນາມ ຖືເປັນສຳຄັນການພົນພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບລາຊາອະນາຈັກ ແບນຊິກ ແລະ ບັນດາປະເທດສະມາຊິກສະຫະພາບເອີລົບ(EU).
ທ່ານ ອວງຈຸລິວ ຮອງປະທານ ສະພາແຫ່ງຊາດ ຫວຽນາມ ຕ້ອມຮັບກຸ່ມສະມາຊິກລັດຖະສະພາ ມິດຕະພາບ ແບນຊິກ - ຫວຽດນາມ - ảnh 1 ທ່ານ ອວງຈຸລິວ ຮອງປະທານ ສະພາແຫ່ງຊາດ ຫວຽນາມ ແລະ ທ່ານ Georges Dallemagne, ປະທານ ກຸ່ມສະມາຊິກລັດຖະສະພາ ມິດຕະພາບ ແບນຊິກ - ຫວຽດນາມ(ພາບ: daibieunhandan.vn

ຕອນບ່າຍວັນທີ 7 ມີນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານ ອວງຈຸລິວ ຮອງປະທານ ສະພາແຫ່ງຊາດ ຫວຽນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຸ່ມສະມາຊິກລັດຖະສະພາ ມິດຕະພາບ ແບນຊິກ - ຫວຽດນາມ ຂອງ ລັດຖະສະພາ ແບນຊິກ ໂດຍທ່ານ Georges Dallemagne, ປະທານກຸ່ມເປັນຫົວໜ້າຄະນະ, ໄດ້ມາຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 7 – 11 ມີນາ 2019. ທີ່ການຕ້ອນຮັບ, ທ່ານ ອວງຈຸລິວ ຮອງປະທານ ສະພາແຫ່ງຊາດໄດ້ຊີ້ແຈ້ງວ່າ ຫວຽດນາມ ຖືເປັນສຳຄັນການພົນພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບລາຊາອະນາຈັກ ແບນຊິກ ແລະ ບັນດາປະເທດສະມາຊິກສະຫະພາບເອີລົບ(EU). ການຢ້ຽມຢາມຂອງຄະນະໃນຄັ້ງນີ້ບໍ່ພຽງແຕ່ຊຸກຍູ້, ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ ກຸ່ມສະມາຊິດລັດຖະສະພາມິດຕະພາບຂອງສອງປະເທດ ຫວຽດນາມ - ແບນຊິກ ໃຫ້ເລິກເຊິ່ງກ່ວາເທົ່ານັ້ນ ຫາກຍັງລະຫວ່າງອົງການນິຕິບັນຍັດສູງສຸດຂອງທັງສອງປະເທດອີກດ້ວຍ. ທ່ານຮອງປະທານສະພາແຫ່ງຊາດໄດ້ຕີລາຄາສູງການພົວພັນມິດຕະພາບລະຫວ່າງຫວຽດນາມ - ແບນຊິກ ເຊິ່ງພວມໄດ້ຮັບການພັດທະນາຢ່າງດີງາມໃນຫຼາຍຂົງເຂດການຮ່ວມມືຄື: ການເມືອງ, ເສດຖະກິດ, ການສຶກສາ, ວັດທະນະທຳ, ວິທະຍາສາດ…ທ່ານຮອງປະທານສະພາແຫ່ງຊາດ ມີຄວາມຫວັງວ່າ ລັດຖະສະພາ ແບນຊິກ ຈະສະໜັບສະໜູນ ການຊຸກຍູ້ EU ລົງນາມ ແລະ ອະນຸຍາດຮັບຮອງສົນທິສັນຍາການຄ້າເສລີ(EVFTA)ຢ່າງເປັນທາງການໂດຍໄວເພື່ອແນໃສ່ຕ້ອນຮັບບັນດາກາລະໂອກາດໃຫມ່ທີ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ບັນດາປະເທດສະມາຊິກຂອງ EU  ໃນນັ້ນມີ ແບນຊິກ.

        ຕີີລາຄາສູງການພັດທະນາຂອງ ຫວຽດນາມ ໃນຫຼາຍຂົງເຂດ. ທ່ານ Georges Dallemagne, ປະທານ ກຸ່ມສະມາຊິກລັດຖະສະພາ ມິດຕະພາບ ແບນຊິກ - ຫວຽດນາມ ໄດ້ສະແດງຄວາມສະໜັບສະໜູນ ຫວຽດນາມ ໃນການສະໝັກຮັບເລືອກຕັ້ງເປັນ ສະມາຊິກບໍ່ປະຈຳຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອານຸການ 2020 – 2021. ທ່ານ Georges Dallemagne ໄດ້ເນັ້ນໜັກເລື່ອງຊຸກຍູ້ການພົວພັນລັດຖະສະພາສອງປະເທດຈະປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ ລະຫວ່າງ ແບນຊິກ - ຫວຽດນາມ ໃຫ້ ນັບມື້ນັບ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ