ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ຢ້ຽມຢາມ ແລະ ເຮັດວຽກກັບ ວິສາຫະກິດ ຢູ່ ລັດ Washington

(VOVWORLD) - ທ່ານ ຟ້າມກວາງວີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ລັດ Washington, ເຮັດວຽກກັບຄະນະການນຳ ກຸ່ມບໍລິສັດ Boeing, ໂອ້ລົມສົນທະນາກັບຜູ້ແທນປະຊາຄົມວິສາຫະກິດ ນະຄອນ Seattle ແລະ ເຂດໃກ້ຄຽງ.
ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ຢ້ຽມຢາມ ແລະ ເຮັດວຽກກັບ ວິສາຫະກິດ ຢູ່ ລັດ Washington - ảnh 1ທ່ານ ຟ້າມກວາງວີງ ແລະ ທ່ານ  Jay Inslee

ທີ່ການພົບປະກັບທ່ານ Jay Inslee ຜູ້ວ່າການ ລັດ Washington ໃນວັນທີ 9 ຕຸລາ, ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາບາດກ້າວພັດທະນາໃໝ່ຂອງສາຍພົວພັນ ຫວຽດນາມ - ອາເມລິກາ. ສອງປະເທດສືບຕໍ່ຮັກສາທ່າພັດທະນາຢ່າງຕັ້ງໜ້າ ແລະ ເຫັນດີເປັນເອກະພາບເຮັດໃຫ້ສາຍພົວພັນດ້ານຕ່າງໆໃນຂອບເຂດຄູ່ຮ່ວມມືຮອບດ້ານໃຫ້ເລິກເຊິ່ງກວ່າອີກ, ໃນນັ້ນມີ ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ… ຜູ້ວ່າການ Jay Inslee ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາຂອງລັດ Washington ກໍ່ຄືນະໂຍບາຍຖືເປັນສຳຄັນເປີດກວ້າງການແລກປ່ຽນການຄ້າສາກົນ, ມຸ່ງໄປເຖິງພາກພື້ນ ອາຊີ ຢ່າງແຮງ, ຖືເປັນສຳຄັນ ຫວຽດນາມ, ໃນປະຈຸບັນ ຄູ່ຮ່ວມມືໄດ້ ແລະ ພວມຮ່ວມມືກັບ ລັດ Washington  ຫຼາຍຢ່າງ.

        ເມື່ອຢ້ຽມຢາມ ສຳນັກງານ Boeing, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ຟ້າມກວາງວີງໄດ້ຮັບຟັງຄະນະການນຳ ກຸ່ມບໍລິສັດ Boeing ສະເໜີແຜນການເປີດກວ້າງຮ່ວມມືກັບ ຫວຽດນາມ. ທ່ານ ເອກອັກຄະລັດຖະທູດ ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນຂອງ Boeing ໃນໄລຍະຜ່ານມາ ແລະ ຢືນຢັນວ່າຈະສະໜັບສະໜູນ, ສ້າງຄວາມສະດວກກວ່າອີກ ໃຫ້ບັນດາໂຄງການຮ່ວມມືກັບ ຫວຽດນາມ.

        ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ຟ້າມກວາງວີງ ຍັງມີການໂອ້ລົມສົນທະນາກັບ ປະຊາຄົມວິສາຫະກິດຂອງ ລັດ Washington ໂດຍສະຫະພັນພັດທະນາການຄ້າເຂດ Seattle ແລະ ສູນແຫ່ງຊາດເພື່ອ APEC ຂອງ ອາເມລິກາ ຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ