ທ່ານJohn Kerry,ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຫວຽດນາມ

ທ່ານJohn Kerry,ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຫວຽດນາມ - ảnh 1
ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາແລະ ທ່ານຟ້າມບີ່ງມີງ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຢູ່ນອກກອງປະຊຸມອາຊຽນໃນເດືອນ 7/2013
ພາບ:internet

(vovworld)-  ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາດຳ​ເນີນ​ໄປ​ແຕ່​ວັນ​ທີ 14-17/12/2013 ຕາມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມບີ່​ງມີ​ງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ John Kerry ນັບ​ແຕ່​ເມື​່ອຮັບ​ດຳລົງ​ຕຳ​ແຫນ່​ງ. ການ​ຢ້ຽມຢາມ​​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ຍົກ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ເຂົ້າ​ສູ່​ລວງ​ເລິກ, ພ້ອມ​ທັງ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 

ຂ່າວ/ບົດ​ອື່ນ