ທ່ານນນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມລັດຖະບານປະຈຳເດືອນ6

ທ່ານນນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມລັດຖະບານປະຈຳເດືອນ6 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
(ພາບ: VGP/ ກວາງຮ໋ຽວ)

(vovworld)- ໃນ​ຕອນ​ເຊົ້າ​ ວັນ​ທີ 30/6, ຢູ່​ສຳ​ນັກ​ງານ​ລັດ​ທະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ ​ປະ​ຈຳ​ເດືອນ 6. ກ່ຽວ​ກັບ​ເນື້ອ​ໃນ ​ການ​ສ້າງລະ​ບອບ ໃນ​ການ​ປະ​ຊຸມ​ເຊົ້າ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຊີ້​ນຳບັນ​ດາ​ກະ​ຊວງ ​ຍູ້​ໄວ​ສ້າງ​ສຳ​ເລັດ​ບັນ​ດາ​ເອ​ກະ​ສານ​ທີ່​ຍັງ​ຄົງ​ຄ້າງ ເພື່ອ​ປະ​ກາດ​ໃຊ້ຖືກ​ຕາມ ຄວາມ​ຄືບ​ໜ້າ, ແຕ່​ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ​ໄດ້ຮັບ​ຟັງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການປະ​ຕິ​ບັດ​ໂຄງ​ການສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ລັດ​ຖະ​ບານ  ແລະ ສ​ະ​ພາບ​ການ​ປະ​ກາດ​ໃຊ້ ບັນ​ດາ​ເອ​ກະ​ສານ​​ກຳ​ນົດ​ລະ​ອຽດ ການປະ​ຕິ​ບັດ​ກົດ​ໝາຍ, ​ລັດ​ຖະ​ບັນ​ຍັດ ໄຕ​ມາດ 2 ປີ 2016. ຕາມ​ການ​ລາຍ​ງານ, ​ບັນ​ດາ​ເອ​ກະ​ສານສ່ວນຫຼາຍ ໄດ້​ກຳ​ນົດ​ລາຍ​ລະ​ອຽດ​ ບັນ​ດາ​ກົດ​ໝາຍ​ທີ່​ມີ​ຜົນ​ສັກ​ສິດ ແຕ່​ວັນ​ທີ 1/7/2016 ​ແມ່ນຂື້ນ​ກັບ​ສິດ​ອຳ​ນາດປະ​ກາດ​ໃຊ້​ ຂອງ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​​ດຳ​ລັດ, ໄດ້​ກຳ​ນົດ ກ່ຽວ​ກັບ​ເງື່ອນ​ໄຂ​​ການ​ລົງ​ທຶນດຳ​ເນີນ​ທຸ​ລະ​ກິດ ໄດ້​ມີ​ແຜນ​ການ​ປະ​ກາດ​ໃຊ້​ຕົວ​ຈິງ ເພື່ອ​ຮັບ​ປະ​ກັນ​ໃຫ້​ມີ​ຜົນ​ສັກ​ສິດ ​ກົງ​ກັບໄລ​ຍະ​ ທີ່ກົດ​ໝາຍມີ​ຜົນ​ສັກ​ສິດ. ພາຍຫຼັງ​ຮັບ​ຟັງ​ບົດ​ລາຍ​ງານ ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ປະ​ກອບ​ຄຳ​ເຫັນ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ສະ​ພາບ​ກາ​ນ ແລະ ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ເພື່ອ​ຍູ້​ໄວ​ການ​ສ້າງຮ່າງ​ກົດ​ໝາຍ, ​ດຳ​ລັດ, ຄຳ​ສັ່ງ​ແນະ​ນຳ,  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ບັນ​ດາ​ກະ​ຊວງ​​​ຕັ້ງ​ໃຈຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ປະ​ກອບ ໃນການ​ປະ​ຕິ​ບັດ​ວຽກ​ງານ​ສ້າງ​ລະ​ບອບຢ່າງ​ເຂັ້ມ​ງວດ. ໃນ​ເອ​ກະ​ສານ 28 ສະ​ບັບ ທີ່​ຍັງ​ບໍ່​ທັນ​ໄດ້​ປະ​ກາດ​ໃຊ້ ຂື້ນ​ກັບ​ສິດ​ອຳ​ນາດຂອງ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ມີ​ເອ​ກະ​ສານ 18 ສະ​ບັບ ພວມ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ແລະ ຈະ​ເຊັນ​ປະ​ກາດ​ໃຊ້ ໃຫ້​ຖືກ​ຕາມການ​ກຳ​ນົດ​ເວ​ລາ. ທ່ານ​ນາຍົກລັດຖະມົນຕີ ກໍ່​ໃສ່​ໃຈ​ບັນດາ​ກະຊວງ, ຂະ​ແໜງ​ການ, ​ເຖິງ​ວ່າ​ຍູ້​​ໄວ​ຄວາມ​ຄືບ​ໜ້າ​ແຕ່​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບບັນດາ​​ເອກະສານ​​ເມື່ອ​ປະກາດ​ໃຊ້:

        “ພວກ​ເຮົາ​ຕ້ອງ​ປະຕິບັດສຳ​ເລັດ​ໂດຍ​ໄວ, ຖືກກັບ​ຈຳນວນ, ປະລິມານ ​ແຕ່​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບບັນດາ​ເອກະສານ​ໄດ້​ປະກາດ​ໃຊ້, ​ໃນ​ນັ້ນ​ຕ້ອງ​ປ່ຽນ​ໃໝ່​ຈິ​ນຕະນາ​ການ, ບໍ່​ນຳ​ໃຊ້​ຈິນຕະນາການ​ເກົ່າ​ເຂົ້າ​ໃນ​ບັນດາ​ເອກະສານ​ແນະນຳ ​ເພື່ອ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ປົດ​ປ່ອຍ​ກຳລັງ​ການ​ຜະລິ​ດ, ສ້າງ​ສະພາບ​​ແວດ​ລ້ອມ​​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ສະດວກ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ, ພັດທະນາ​ປະ​ເທດ​ຊາດ.”

ຕອນ​ບ່າຍ​ວັນ​ທີ 30/6, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ປະຈຳ​ເດືອນ 6 ຂອງ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງ​ວ່ານີ້​ແມ່ນ​ກອງ​ປະຊຸ​ມສຳຄັນ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຄືນ​ການ​ປະຕິບັດ​ໜ້າ​ທີ່​​​ເສດຖະກິດ - ສັງຄົມ 6 ​ເດືອນ​ຕົ້ນ​ປີ ​ແລະ ປຶ​ກສາ​ຫາ​ລື​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ, ບັນລຸ​ໄດ້​ບັນດາ​ຄາດໝາ​ຍ​ເສດຖະກິດ - ສັງຄົມ​ຂອງ​ປີ. ຊີ້​ແຈ້ງ​ການ​ເຕີບ​ໂຕ GDP 6 ​ເດືອນ​ຕົ້ນ​ປີ​ບັນລຸ​ພຽງ 5,52%, ຕຳ່​ກ່ວາ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ທ່ານ​ນາຍົກລັດຖະມົນຕີ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ປຶກສາ​ຫາລື, ກຳນົດ​ສາຍ​​ເຫດ, ຈາກ​ນັ້ນ ຍົກ​ອອກ​ມາດ​ຕະການ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ເຕີບ​ໂຕ 6,7% ຄື​ດັ່ງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ.

        ​ໄລຍະ​ຜ່ານ​ມາ, ລັດຖະບານ​ໄດ້​ປະກາດ​ຫຼາຍ​ມະຕິ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ໜູນ​ຊ່ວຍ​ວິ​ສາ​ຫະກິດ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ​້ບັນດາ​ກະຊວງ, ຂະ​ແໜງ ​ແລະ ທ້ອງ​ຖິ່ນ ຕ້ອງ​ຕີ​ລາຄາ​ຄືນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ນັ້ນ​ກ້າວ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ຫຼືບໍ່, ຍ້ອນ​ນັ້ນ​ແມ່ນ​​ເງື່ອນ​ໄຂ​ສຳຄັນ​ປະກອບສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດຖະກິດ.


ຂ່າວ/ບົດ​ອື່ນ