ທ່ານນາງ Hillary Clinton ປຸກລະດົມການຫາສຽງເລືອກຕັ້ງເປັນປະທານາທິບໍດີຢ່າງເປັນທາງການ

ທ່ານນາງ Hillary Clinton ປຸກລະດົມການຫາສຽງເລືອກຕັ້ງເປັນປະທານາທິບໍດີຢ່າງເປັນທາງການ - ảnh 1
ທ່ານ​ນາງ Hillary Clinton ປຸກລະດົມ​ການ​ຫາ​ສຽງ​ເລືອກ​ຕັ້ງ​
ເປັນ​ປະທາ​ນາ​ທິບໍດີ​ຢ່າງ​ເປັນ​ທາງ​ການ
(ພາບ: baodatviet.vn)


​(vovworld) - ວັນ​ທີ 13/06, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ປີ 2016 ຂອງ​ພັກ​ປະຊາທິປະ​ໄຕ, ທ່ານ​ນາງ Hillary Clinton ​ໄດ້ປຸກລະດົມ​ການ​ຫາ​ສຽງ​​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ຢ່າງ​ເປັນ​ທາງ​ການ, ດ້ວຍ​ບົດ​ກ່າວ​ປາ​ໄສ​ທຳ​ອິດ​ຢູ່​ນະຄອນ​ນິວຢ​ອກ, ​ໃນ​ນັ້ນ​ທ່ານ​ນາງ​ໄດ້​ຮຽກຮ້ອງ​ປະຊາຊົນ​ອາ​ເມລິ​ກາ​ທຸ​ກຄົນສ້າງ​ສັງກາດ​​ໃໝ່ ດ້ວຍຄ​ວາ​ມວັດທະນາ​ຖາວອນຢ່າງ​ແທດ​ຈິງ ​ແລະ ໝັ້ນຄົງ ​ເຊິ່ງທຸກ​ຄົນ​ລ້ວນ​​ແຕ່​ໄດ້​ຮັບ. ທ່ານ​ນາງ Hillary Clinton ຖະ​ແຫຼ​ງວ່າ, ທ່ານ​ນາງ​​ແຂ່ງ​ຂັນ​ຫາ​ສຽງ​ເລືອກ​ຕັ້ງ​ເພື່ອ​ກາຍ​ເປັນ​ປະທານາທິບໍດີ​ຂອງ​ປະຊາຊົນ​ອາ​ເມ​ລິ​ກາ ທຸກຄົນ, ​ໃຫ​້ຄຳ​ໝັ້ນ​ໝາຍຊຸກຍູ້​ກາລະ​ໂອກາດ​ສະ​ເໝີ​ພາບ ​ແລະ ຕໍ່ສູ້​ເພື່ອ​ຊົນ​ຊັ້ນ​ກາງ​ທີ່ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ທ່ານ​ນາງ​ກໍ່​ຖະ​ແຫຼ​ງວ່າ, ຈະ​ນຳ​ປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ພະລັງານ​ສະອາດໃນ​ສະຕະວັດ​ທີ 21 ...

ຂ່າວ/ບົດ​ອື່ນ